ມາໄວກວ່າທີ່ຄິດໄວ້ ຍອມກາບງາມໆຂໍໂທດໃນຄວາມໂລບຄັ້ງນີ້ ແລະຈະຖືເປັນບົດຮຽນ
ວ່ອງໄວທັນການ ຊົມເຊີຍເຈົ້າໜ້າທີ່ ແລະຄະນະກຳມະການງານບຸນກິນຈຽງທີ່ຢ່າງໜ້ອຍກໍ່ໄດ້ເອີ້ນຜູ້ມັກສວຍໂອກາດມາກ່າວເຕືອນ ເພື່ອໃຫ້ຮູ້ວ່າ ນັ້ນຜິດຈັນຍາບັນການຄ້າຂາຍ ພ້ອມນີ້ກໍໄດ້ປັບໃໝຕາມລະບຽບການ ເພື່ອບໍໃຫ້ເຮັດໃນຄັ້ງຕໍ່ໄປ. ຈາກກໍລະນີທີ່ກໍາລັງເປັນຂ່າວໂດງດັ່ງໃນສືສັງຄົມອອນລາຍ ຫຼືທາງເຟດບຸກ ໃນເທດສະການບຸນກິນຈຽງ ຫຼື ນໍເປເຈົ້າ ຂອງຊົນເຜົ່າມົ້ງ ທີ່ເດີນບ້ານຍວນເມືອງແປກແຂວງຊຽງຂວາງ ທີ່ມີການລົງບິນຄ່າອາຫານສູງເກີນລາຕົວຈິງ ອາຫານ 8ລາຍການລວມເປັນເງິນສູງເຖິງ 7,345,000ກີບ ໃນນັ້ນຄ່າ ໄກ່…