ຂໍໂທດເດີ້ ຂີ່ລົດໃຫຍ່ກ່ອນ ໃຜວ່າຄອນເທັນບໍ່ສຳຄັນ ເບິ່ງສາວພອນເປັນຕົວຢ່າງ
ສາວພອນ ຕຳນານນອນກອດກົກເປົ້າທີ່ເປັນເພງເປີດທາງໃຫ້ກ້າວສູ່ສັງຄົມທີ່ຫຼູຫຼາ ເວົ້າແບບນີ້ຫຼາຍຄົນອາດວ່າຫຼູຢູ່ບ່ອນໃດ ລອງຄິດເບິ່ງ ຮ້ານດັງ, ຄົນດັງໃນລາວທີ່ໄທເຮົາເຈົ້າຂ້ອຍຍັງເຂົ້າບໍເຖິງແຕ່ສາວພອນໄດ້ໄປ ໄດ້ຮ່ວມກິດຈະກຳ ໄດ້ໃກ້ຊິດຄົນດັງ ອາຫານດີໆລາຄາແສນແພງເຮົາເຂົ້າບໍເຖິງແຕ່ສາວພອນ-ບ່າວແມັກກິນໄປຮຽບຮ້ອຍແລ້ວ ໃນຂະນະທີ່ພວກເຮົາຫຼາຍຄົນລວມທັງແອັດມິນຍັງບໍຮອດໄດ້ຊີມດ້ວຍຊ້ຳໄປ. ສຳລັບສາວພອນແລ້ວ ນາງຈະມາໃຫ້ຄວາມບັນເທິງໃນຮູບແບບເປັນຕາຮັກຕາແພງ ແຈ້ງເກີດກັບບົດເພງນອນກອດກົກເປົ້າ ກາຍເປັນຄົນດັງໃນໂຊຊຽວໄປຊົ່ວຂ້າມຄືນ ສາວພອນບອກວ່າຍ້ອນອົກຮັກ ແລະການອົກຮັກຄັ້ງນັ້ນຂອງສາວພອນແມ່ນຄຸ້ມຄ່າສົມລາຄາເກີນຄຸ້ມ ເພາະເຮັດໃຫ້ຊີວິດຂອງສາວບ້ານນາຄົນໜຶ່ງກາຍເປັນທີ່ຮູ້ຈັກໃນທົ່ວລາວ ແລະດັງໄປຮອດຝັ່ງຂອງເບື້ອງນັ້ນແບບບໍໄດ້ລົງທຶນລົງຮອນໃດໆ. ຈາກເພງນອນກອດກົກເປົ້າແລ້ວກໍ່ມີອີກຫຼາຍເພງທີ່ສາວພອນຮ້ອງ ເຖິງຈັງຫວະທຳນອງຈະຜິດພ້ຽນແປກໆ…