• Tue. Jun 6th, 2023

Lao Sport Update

ຮອບດ້ານວົງການກິລາ

ເລື່ອງລາວກຳລັງໃຈ

  • Home
  • ພາບແຫ່ງຄວາມປະທັບໃຈຂອງສົງການປີນີ້ ທີ່ຫຼວງພະບາງ

ພາບແຫ່ງຄວາມປະທັບໃຈຂອງສົງການປີນີ້ ທີ່ຫຼວງພະບາງ

ບຸນປີນີ້ໃໝ່ລາວປີນີ້ທີ່ແຂວງຫຼວງພະບາງບອກເລີຍຈັດເຕັມຄາລາເບວອີຫຼີ ຫຼາຍຄົນທີ່ເຄີຍໄປແລ້ວແຕ່ຍັງວ້າວ!!!ໄດ້ອີກຢູ່ເພາະມັນມ່ວນອີຫຼີເພິ່ນວ່າ ທັງພິທີກທາງການທັງກິດຈະກຳມ່ວນຊື່ນບອກເລີຍປີໜ້າຫຼາຍຄົນຕ້ອງບໍ່ໃຫ້ໂຕເອງຕ້ອງພາດແລ້ວ. ໜຶ່ງໃນພາບທີ່ປະທັບໃຈນອກຈາກກິດຈະກຳທາງສັງຄົມແລ້ວກໍ່ຄືພາບແຫ່ງຄວາມພາກພູມໃຈຂອງຄົນທີ່ເປັນຮົ່ມໂພຮົ່ມໂຊຂອງຮອງນາງສັງຂານຫຼວງພະບາງ ເພິ່ນອອກມາຊົມຫຼານສາວໃນພິທີແຫ່ຫວໍ່! ເພິ່ນຜູ້ນັ້ນຄື ແມ່ເຖົ້າ ຂອງນ້ອງ ສິລິໂສມ ສະຫວ່າງ(ເຈົ້າຍິງລັດສະຫມີ ບໍວອນ)ນັ້ນເອງເຖິງເພິ່ນຈະອາຍຸຫຼາຍແລ້ວແຕ່ດ້ວຍຄວາມີັກແພງຫຼານສາວໃນມື້ທີ່ມີຄວາມໝາຍສຳຄັນ ເພິ່ນກໍ່ອອກມາສະແດງຄວາມຍິນດີນຳຫຼານ ທຸກຄົນທີ່ເຫັນຮອຍຍີ້ມເພິ່ນແລ້ວສາທຸກັນທົ່ວໜ້າຂໍໃຫ້ທຸແມ່ເຖົ້າ ເຈົ້າຍິງລັດສະຫມີບໍວອນ ສຸຂະພາບແຂງແຮງ ເປັນຮົ່ມໂພຮົ່ມໄຊໃຫ້ລູກຫລານໄປນານແສນນານ

ຈາກຄົນບໍ່ມີບ່ອນຢູ່ກ້າວສູ່ເຈົ້າຂອງທຸລະກິດ ມື້ນີ້ມີແບ່ງປັນນັ້ນຍ້ອນມີການສຶກສາ

ເຈົ້າຂອງໂຮງແຮມ ອະນັນຕະ ຫຼວງພະບາງອະດີດເດັກວັດຜູ້ບໍ່ຍອມແພ້ຕໍ່ໂຊກຊາຕາ ໄດ້ບຸກບືນສູ້ຊົນເອົາດີກັບການຮຽນຈົນໄດ້ທຶນໄປຮຽນຢູ່ເມືອງນອກ ແລະກັບມາພ້ອມຜົນສຳເລັດ ແລະຍັງມາເປີດກິດຈະການຢູ່ບ້ານເຮົາຊ່ວຍສ້າງວຽກເຮັດງານທຳ, ສ້າງສິ່ງດີໆໃຫ້ຄົນທີ່ຍັງດອຍກວ່າ, ຫຼ້າສຸດນີ້ໄດ້ໄປມອບອຸປະກອນໃຫ້ນ້ອງນ້ອຍນັກຮຽນຢຸ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ. ໂດຍວັນທີ 23 ມັງກອນຜ່ານມາ ທີ່ໂຮງຮຽນປະຖົມບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫລວງພະບາງ ໄດ້ມີພິທີມອບ-ຮັບອຸປະກອນການຮຽນໃຫ້ນ້ອງນັກຮຽນ ຊຶ່ງນຳອຸປະກອນການຮຽນມາມອບໃນຄັ້ງນີ້ ແມ່ນການປະກອບສ່ວນຂອງທ່ານ ມີໄຊ…

ແພດໝໍລາວໄຊໂຍ ກັບຜົນສຳເລັດຄັ້ງທຳອິດ ຜ່າຕັດປູກຖ່າຍໄຂ່ຫຼັງໄດ້ຜ່ານສະຫຼຸຍ

ເປັນໜຶ່ງຜົນງານທີ່ໜ້າຊື່ນຊົມເປັນທີ່ສຸດ ເມື່ອແພດໝໍລາວສາມາດຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງສຳເລັດເປັນຄັ້ງທຳອິດຂອງປະເທດພ້ອມກັນສອງກໍລະນີ ແລະຕອນນີ້ກຳລັງຟື້ນໂຕ ເຫັນວ່າຄົນເຈັບກຳລັງຟື້ນຟູ ແລະມີຈັງຫວະທີ່ດີຂຶ້ນຕາມລຳດັບ. ວັນທີ 9 ມັງກອນ 2023 ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ຖະແຫຼງຜົນສຳເລັດໃນການຜ່າຕັດປູກຖ່າຍໝາກໄຂ່ຫຼັງ 2 ກໍລະນີທຳອິດ ຢູ່ ສປປ ລາວ ເປັນຂີດໝາຍປະຫວັດສາດ ແລະ…

ໜຶ່ງໃນຫຼາຍລ້ານຄົນທີ່ຍອມຈົກກະເປົາໂຕເອງເພື່ອຄົນອື່ນ ຊົມເຊີຍ ທ່ານສາຍສະໝອນ

ໃນເມືອງລາວມີຜູ້ລ້ຳລວຍຕັ້ງຫຼາຍຄົນ ແຕ່ຈະມີຈັກກີ່ຄົນທີ່ເຮັດຄືທ່ານຜູ້ນີ້ ສ້າງຕົນໂຕຂຶ້ນຈາກຄູສອນຄົນທຳມະດາແຕ່ຢາກຊ່ວຍໝູ່ຮ່ວມອາຊີບຈິ່ງຕັ້ງກອງທຶນນ້ອຍໆຂຶ້ນມາ ແລະສິ່ງບໍ່ຄາດຝັນກໍ່ເກີດຂຶ້ນກອງທຶນໄດ້ເຕີບໃຫຍ່ຂຶ້ນເລື້ອຍໆ ຈົນຫຼ້າສຸດນີ້ກອງທຶນນ້ອຍຊ່ວຍເຫຼືອເຊິ່ງກັນ ແລະການໃນມື້ນັ້ນກໍ່ກາຍເປັນສະຖາບັນການເງິນທີ່ສາມາດ ແບ່ງປັນໄປຊ່ວຍຜູ້ຄົນທຸກຍາກໃຫ້ມີຊີວິດດີຂຶ້ນ ໂດຍການຂັບເຄື່ອນຂອງນັກທຸລະກິດທ່ານນີ້. ທ່ານ ສາຍສະໝອນ ກວານ ເມືອງຈັນ ເປັນນັກທຸລະກິດອີກຄົນທີ່ທຸ່ມເທແຮງກາຍແຮງໃຈ ແລະກຳລັງຊັບຊ່ວຍປະຊາຊົນທີ່ທຸກຍາກໃນບ້ານເກີດເມືອງນອນຂອງຕົນ ນັກທຸລະກິດທ່ານນີ້ ປະຈຸບັນປະທານຂາຮຸ້ນຂອງສະຖາບັນການເງິນຈຸລະພາກທີ່ຮັບ ເງິນຝາກສາຍໃຍສໍາພັນທັງເປັນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງສະຫວັນນະເຂດ…