ເປີດເສັ້ນທາງໜຸ່ມ ບິກເອັມ 9 ປີໃນຊ່ອງ 7 ກ່ອນຖືກຢຸດຕິສັນຍາ
ບິກເອມັນັກສະແດງພະເອກມາດເຂັ້ມທີ່ທຸກຄົນເຄີຍເຫັນຜົນງານເພິ່ນມາຕະຫຼອດຜ່ານລະຄອນຊ່ອງ 7 ຂອງໄທ ແລະເພິ່ນເອງຫາກໍ່ເດີນທາງມາລາວ ເພື່ອເຮັດບຸນ ແຕ່ກໍໄດ້ຂ່າວໜ້າເສົ້າທີ່ຕອນນີ້ຊ່ອງ7 ໄດ້ປະກາດຢຸດຕິສັນຍາກັບພະເອກໜຸ່ມໄປແລ້ວ. ມື້ນີ້ແອັດພາມາສ່ອງເສັ້ນທາງສາຍບັນເທິງ 9 ປີທີ່ຢູ່ກັບຊ່ອງ 7ກັນດີກວ່າ ເພື່ອຜູ້ທີ່ເປັນແຟນຄັບຂອງເພິ່ນໄດ້ຮູ້ຈັກຕົວຕົນຂອໜຸ່ມບີກເອັມໃຫ້ຫຼາຍຂຶ້ື້ນ ທັງເປັນການເຕືອນສະຕິທຸກຄົນຢ່າໄດ້ເຊື່ອຫຍັງໂດຍງ່າຍໆ. ສຳລັບບີກເອັມ ເປັນລູກຫຼານຊາວອີສານ ທີ່ຈັງຫວັດຂອນແກ່ນ ສຳເລັດການສຶກສາປະລິນຍາຕີທີ່ຄະນະມະນຸດສາດ ແລະສັງຄົມຊາດ ຂາສາພາສາອັງກິດ ທີ່ມະຫາວິທະຍາໄລມະຫາສາລະຄາມ.…