• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ສິ່ງດີໆ

  • Home
  • ພາບແຫ່ງຄວາມປະທັບໃຈຂອງສົງການປີນີ້ ທີ່ຫຼວງພະບາງ

ພາບແຫ່ງຄວາມປະທັບໃຈຂອງສົງການປີນີ້ ທີ່ຫຼວງພະບາງ

ບຸນປີນີ້ໃໝ່ລາວປີນີ້ທີ່ແຂວງຫຼວງພະບາງບອກເລີຍຈັດເຕັມຄາລາເບວອີຫຼີ ຫຼາຍຄົນທີ່ເຄີຍໄປແລ້ວແຕ່ຍັງວ້າວ!!!ໄດ້ອີກຢູ່ເພາະມັນມ່ວນອີຫຼີເພິ່ນວ່າ ທັງພິທີກທາງການທັງກິດຈະກຳມ່ວນຊື່ນບອກເລີຍປີໜ້າຫຼາຍຄົນຕ້ອງບໍ່ໃຫ້ໂຕເອງຕ້ອງພາດແລ້ວ. ໜຶ່ງໃນພາບທີ່ປະທັບໃຈນອກຈາກກິດຈະກຳທາງສັງຄົມແລ້ວກໍ່ຄືພາບແຫ່ງຄວາມພາກພູມໃຈຂອງຄົນທີ່ເປັນຮົ່ມໂພຮົ່ມໂຊຂອງຮອງນາງສັງຂານຫຼວງພະບາງ ເພິ່ນອອກມາຊົມຫຼານສາວໃນພິທີແຫ່ຫວໍ່! ເພິ່ນຜູ້ນັ້ນຄື ແມ່ເຖົ້າ ຂອງນ້ອງ ສິລິໂສມ ສະຫວ່າງ(ເຈົ້າຍິງລັດສະຫມີ ບໍວອນ)ນັ້ນເອງເຖິງເພິ່ນຈະອາຍຸຫຼາຍແລ້ວແຕ່ດ້ວຍຄວາມີັກແພງຫຼານສາວໃນມື້ທີ່ມີຄວາມໝາຍສຳຄັນ ເພິ່ນກໍ່ອອກມາສະແດງຄວາມຍິນດີນຳຫຼານ ທຸກຄົນທີ່ເຫັນຮອຍຍີ້ມເພິ່ນແລ້ວສາທຸກັນທົ່ວໜ້າຂໍໃຫ້ທຸແມ່ເຖົ້າ ເຈົ້າຍິງລັດສະຫມີບໍວອນ ສຸຂະພາບແຂງແຮງ ເປັນຮົ່ມໂພຮົ່ມໄຊໃຫ້ລູກຫລານໄປນານແສນນານ

ທ່ານທອງລຸນ ສີສຸລິດພ້ອມດ້ວຍການນໍານະຄອນຫລວງເຂົ້າຮ່ວມພິທີອັງເຊີນພຣະພຸດທະຮູບລົງຫົດສົງ

ຕອນເຊົ້າວັນທີ 14 ເມສາ 2023, ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ພ້ອມດ້ວຍການນໍານະຄອນຫລວງວຽງຈັນ ເຂົ້າຮ່ວມ ພິທີອັງເຊີນພຣະພຸດທະຮູບລົງຫົດສົງ ວັນປີໃໝ່ລາວ, ວັດອົງຕື້ມະຫາວິຫານ ສປປລາວ”. ການສະເຫລີມສະຫລອງປີໃໝ່ລາວ ທີ່ນະຄອນຫລວງວຽງຈັນປີນີ້ ຈັດຂຶ້ນເປັນເວລາ 03 ວັນ (ວັນທີ…

ແພດໝໍລາວໄຊໂຍ ກັບຜົນສຳເລັດຄັ້ງທຳອິດ ຜ່າຕັດປູກຖ່າຍໄຂ່ຫຼັງໄດ້ຜ່ານສະຫຼຸຍ

ເປັນໜຶ່ງຜົນງານທີ່ໜ້າຊື່ນຊົມເປັນທີ່ສຸດ ເມື່ອແພດໝໍລາວສາມາດຜ່າຕັດປ່ຽນຖ່າຍໝາກໄຂ່ຫຼັງສຳເລັດເປັນຄັ້ງທຳອິດຂອງປະເທດພ້ອມກັນສອງກໍລະນີ ແລະຕອນນີ້ກຳລັງຟື້ນໂຕ ເຫັນວ່າຄົນເຈັບກຳລັງຟື້ນຟູ ແລະມີຈັງຫວະທີ່ດີຂຶ້ນຕາມລຳດັບ. ວັນທີ 9 ມັງກອນ 2023 ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ຖະແຫຼງຜົນສຳເລັດໃນການຜ່າຕັດປູກຖ່າຍໝາກໄຂ່ຫຼັງ 2 ກໍລະນີທຳອິດ ຢູ່ ສປປ ລາວ ເປັນຂີດໝາຍປະຫວັດສາດ ແລະ…

ຮ້ອນແຮງເວທີຈັກກະວານປີນີ້ ນ້ອງປ່າເຢັ້ງຊາ ລໍ່ ເປີດປະຕູໃຫ້ລາວກວ້າງຂຶ້ນທຸກວັນ

ທັງຊື້ງທັງປື້ມບໍ່ໄຫວແລ້ວ ມິສຢູນີເວີດປີນີ້ເປັນອີກປີທີ່ລາວເຮົາເຄື່ອນໄຫວໄດ້ຢ່າງໂດດເດັ່ນໃນເວທີຈັກກະວານ ນອກຈາກນ້ອງປ່າເຢັ້ງຊາ ລໍ່ຈະເປັນທີ່ຮັກຂອງແຟນນາງງາມຢູ່ຫຼາຍປະເທດແລ້ວຍັງມີຂ່າວດີມາໃຫ້ໄດ້ຊື່ນໃຈຢູ່ຕະຫຼອດ ແຕ່ມື້ນີ້ມີສອງສິ່ງທີ່ດີສຸດໆຢາກມາບອກປະຊາຊົນລາວຄື ຕອນນີ້ນ້ອງໄດ້ຄະແນນໂຫວດສູງສຸດອັບເດດມາຮອດຕອນເຊົ້າມື້ນີ້ 6 ມັງກອນ 2023 ມີຄະແນນຢູ່ທີ່ 61.100 ຮອງລົງມາແມ່ນຟີລິບປິນ 42.544, ກຳປູເຈຍ 34.055 ຄະແນນຕາມລຳດັບ. ແລະມື້ນີ້ຍັງໄດ້ຮັບຂ່າວດີແບບສຸດໆວ່າ ມື້ອື່ນ ຕົວແທນສາວງາມປະເທດລາວເຮົາ ປ່າເຢັ້ງຊາ…

ຜູ້ກຳກັບໃນອາເມຣິກາເຖິງກັບບອກເອງ ອະນາຄົດໄກຄົນນີ້ ນ້ອງປ່າເຢັ້ງຊາ ລໍ່

ເອີ້ນວ່າເປັນນາງງາມທີ່ມີຂ່າວໃໝ່ໆມາໃຫ້ຕິດຕາມຕະຫຼອດ ສຳລັບນ້ອງປ່າເຢັ້ງຊາ ຫຼໍ່ Miss Universe 2022 ບໍ່ວ່າຈະເປັນເວລາຢູ່ລາວ ຫຼື ຕ່າງປະເທດ ຫຼ້າສຸດນີ້ລະຫວ່າງລໍຖ້າເຂົ້າເກັບຕົວນຳກອງປະກວດໃຫຍ່ເຫັນວ່າ ເຂົ້າຕາໂປຣດິວເຊີໃນອາເມຣິກາໄດ້ຮ່ວມສະແດງໜັງແອັກຊັ່ນຖືເປັນຂ່າວດີສຸດ. ແອັດມິນເພຈ ມິສຢູນີເວີດລາວ ບອກວ່າ ພາບແອັດມິນນຳມາຕອນ ທຸກຄົນໃນມື້ນີ້ຄື ພູມໃຈ ແລະ ດີໃຈແຮງ 😍…

ໄປປົວຢູ່ໄທໝົດເງິນທຳໃຈກັບບ້ານແລ້ວແຕ່ເວນແຕ່ກຳ ໂຄດໂຊກດີໝໍໄທຍື່ນມືຊ່ວຍ

ເປັນເລື່ອງລາວທີ່ໜ້າປະທັບໃຈຫຼາຍ ເມື່ອແພດໝໍໄທໄດ້ເຜີຍແຜ່ການຊ່ວຍເຫຼືອຄົນເຈັບທີ່ເປັນຄົນລາວ ໄປປິ່ນປົວຢູ່ໄທ ແຕ່ເງິນໝົດກ້ຽງ ແນມຫາຫົນທາງອອກບໍເຫັນ ທີ່ໜ້າເຫັນໃຈໄປກວ່ານັ້ນແມ່ນຄົນເຈັບອາຍຸຍັງນ້ອຍ ມີລູກນ້ອຍອີກ 4 ຄົນທີ່ຕ້ອງດູແລເບິ່ງແຍງ ແຕ່ດ້ວຍຖານະຄອບຄົວທີ່ບໍມີທາງຄອບຄົວຈິ່ງຂໍເອົາຜູ້ເປັນພໍ່ກັບບ້ານແລ້ວແຕ່ບຸນແຕ່ກຳ ຈະຢູ່ຮອດມື້ໃດກໍ່ແລ້ວແຕ່! ເມື່ອແພດໝໍຊື່ ຣາຊັນ ເຫັນແນວນັ້ນໄດ້ຮີບມາປຶກສາທ່ານໝໍໃຫຍ່ຊື່ ອ້າຍກັອດ ພ້ອມບອກວ່າຄົນເຈັບຄົນນີ້ຍັງມີໂອກາດຫາຍ ທາງໂຮງໝໍສາມາດປົວໄດ້ ແຕ່ດ້ວຍງົບທີ່ຂາດເຂີນລູກໆເພິ່ນຂໍເອົາພໍ່ກັບບ້ານເພາະບໍ່ສາມາດປົວຕໍ່ໄດ້ແລ້ວ ຖ້າເອົາໄປລາວບໍ່ລອດແນ່ນອນ ແຕ່ຖ້າຈະປົວຕໍ່ຄ່າຮັກສາຕ້ອງແກ່ຍາວເວລາອີກເຄິ່ງເດືອນຕົກເປັນເງິນແສນກວ່າບາດ…

ຝັນຕ້ອງກາຍເປັນຈີງ ຖ້າເຮົາມຸ້ງໝັ້ນບໍ່ທໍ້ກັບອຸປະສັກ ເບິ່ງໜຸ່ມສຸລິເປັນແບບຢ່າງ

ຄົນເຮົາທຸກຄົນມີຝັນມາຄວາມຢາກໄດ້ ຢາກມີ ຢາກເຫັນ ແລະຢາກເປັນເຈົ້າຂອງແຕ່ມີໜ້ອຍຄົນທີ່ຈະໄປເຖິງຝັນ ຍ້ອນເສັ້ນທາງເດີນບໍໄດ້ຮວຍດ້ວຍກີບກຸຫຼາບ ຕ້ອງຟັນຜ່າອຸປະສັກຫຼາຍຢ່າງຈິ່ງເຮັດໃຫ້ຄວ້າໄຊໄດ້ ເຊິ່ງໜຸ່ມຄົນນີ້ທີ່ແອັດນຳມາສະເໜີມື້ນີ້ເປັນຊາຍໜຸູ່ມຄືກັນກັບທຸກໆຄົນເກີດມາພ້ອມໜຶ່ງສະໝອງສອງມືເປົ່າ ແຕ່ຢາກມີລົດໃຫຍ່ ລາວຈິ່ງສູ້ຊົນສຸດຄວາມສາມາດໃນສິ່ງທີ່ຖະໜັດຈົນໃນທີ່ສຸດໄດ້ໃນສິ່ງທີ່ຫວັງ. ອ້າຍບ່າວຄົນນີ້ໃສ່ຊື່ວ່າ ໜຸ່ມ STS73 ລາວເປັນຄົນທີ່ຕາມຫາຝັນມາຕະຫຼອດໂດຍການຮ້ອງເພັງ ແລະວາດຝັນໄວ້ຕ້ອງຫາເງິນຊື້ລົດໃຫຍ່ຄັນງາມມາຂີ່ໃຫ້ຈົງໄດ້, STS73 ຫຼື ຊື່ແທ້ ທ້າວ ສຸລິ ນັນທະວົງ…

ເມກາກຽມເປີດໂຕເຮືອສຳລານທີ່ໃຫຍາສຸດໃນໂລກໄວໆນີ້

ຄຳວ່າສຳລານກໍ່ໝາຍເຖິງເຕັມທີ່ແລ້ວກັບຄວາມຫຼູຫຼາອາລັງການ ແຕ່ນີ້ເປັນສຳລານທີ່ໃຫຍ່ສຸດໃນໂລກ ຢາກໃຫ້ແຟນຂ່າວໄດ້ເບິ່ງເປັນບົດຮຽນຄວາມຮູ້ ມັນຫວືຫວາອາລັງການພຽງໃດກັນແທ້. ເຮືອສຳລານທີ່ໃຫຍ່ສຸດໃນໂລກ ກຳລັງຈະເປີດຕົວໃນໄວໆໃນີ້ກໍ່ຄືປີ 2024 ທີ່ລັດຟໍລີດາ ສະຫະລັດອາເມລິກາ ເປັນເຮືອ ຣໍຍັນແຄຣິບບຽນ ມີຄວາມຍາວ 364.96 ແມັດ ກວ້າງ 48.50 ແມັດ ມີຊື່ວ່າ Icon of…

ໂຕໂນ່ ມາແທ້ລອຍນ້ຳຂ້າມຂອງ ເພື່ອລະດົມທຶນຈັດຊື້ອຸປະກອນການແພດ

ທຸກຄົງຄົງໄດ້ຍິນຂ່າວມາແລ້ວວ່າ ໂຕໂນ່ ພາຄິນ ຫຼື ພາຄິນ ຄຳວິໄລສັກ ໜຸ່ມນັກຮ້ອງ ນັກສະແດງ ຈາກເມືອງໄທທີ່ເພິ່ນຈັດໂຄງການ ໜຶ່ງຄົນລອຍຫຼາຍຄົນໃຫ້ ດ້ວຍການລອຍຂ້າມແມ່ນ້ຳຂອງມາລາວ ເພື່ອລະດົມທຶນ ສຳລັບຈັດຊື້ອຸປະກອນການແພດແລ້ວ ເຊິ່ງກ່ອນໜ້ານີ້ເພິ່ນໄດ້ເດີນທາງມາລາວ ເພື່ອເບິ່ງເສັ້ນທາງການລອຍນ້ຳ ຈຸດຂ້າມລະຫວ່າງ ນະຄອນພະນົມ-ກັບແຂວງຄຳມ່ວນ ພ້ອມແຈ້ງຈຸດປະສົງທີ່ຈະລອຍຂ້າມຂອງມາເປັນທີ່ຮຽບຮ້ອຍແລ້ວ ແຕ່ພໍຈະເຖິງເວລານັດໝາຍກັບມາດຣາມ່າ ວິຈານ…

ປ່າເຢັ້ງຊາ ລໍ່ Miss Universe ຄົນຫຼ້າສຸດກຳລັງ ເຮັດໃຫ້ເຟັສບຸກລຸກເປັນໄຟໃນພຽງຂ້າມວັນ

ເຊື່ອວ່າຄືວານນີ້ຫຼາຍຄົນອົດຫຼັບອົດນອນຄືກັບແອັດໃນການເຊຍນາງງາມຈັກກະວານໃນຮອບຕັດເຊືອກ ເພາະມີຫຼາຍນ້ອງທີ່ມີຂອງດີໃນຕົວມາໃຫ້ຊື່ນຊົມກັນຢາມຫຼາກຫຼາຍບໍ່ວ່າຈະເປັນຄວາມງາມທາງໜ້າຕາ, ຄວາມສາມາດອື່ນໆ ທີ່ຈະເປັນຕົວແທນປະເທດເຮົາສູ່ຈັກກະວານ ເວທີທີ່ສາວໆຢາກຈະເປັນຢືນຢູ່ໃນຈຸດນັ້ນ ແລະໜຶ່ງບຸກຄົນທີ່ມີແຟນຄັບຕາມເຊຍຫຼວງຫຼາຍກໍ່ຄື ນ້ອງ ປ່າເຢັ້ງຊາ ລໍ່ ສາວລາວເຜົ່າມົ້ງຜູ້ທີ່ມັກຮັກໃນຮຽນ. ເວົ້າໄດ້ວ່າ ສາວປ່າເຢັ້ງຊາຄົນນີ້ມາແຮງແຊງໂຄ້ງອີຫຼີ ທຸກຄົນທີ່ຮູ້ຈັກບໍມີໃຜບໍເຊຍ ເພາະນ້ອງເປັນສາວຄູທີ່ຫຼາຍຄົນຮູ້ຈັກຢູ່ແລ້ວ ຍິ່ງຂຶ້ນເວທີປະກວດຍິ່ງໄດ້ໃຈເຫຼົ່ານັກຮຽນແຟນຄັບ ພໍແຕ່ໄດ້ຊາບຂ່າວສາວຄົນນີ້ໄດ້ຮັລເລືອກໄປແຂ່ງທີ່ຈັກກະວານເປັນ Miss Universe Laos 2022…