• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

ພຣີເມ່ຍລີກ ອັງກິດ

  • Home
  • ເຟຣດ ແລະ ບຣູໂນ້ ຍິງຜູ້ລະປະຕູ! ຊ່ວຍ ແມນຢູ ຊະນະ ສະເປີ 2-0 ພຣີເມ່ຍລີກ ນັດກາງອາທິດ

ເຟຣດ ແລະ ບຣູໂນ້ ຍິງຜູ້ລະປະຕູ! ຊ່ວຍ ແມນຢູ ຊະນະ ສະເປີ 2-0 ພຣີເມ່ຍລີກ ນັດກາງອາທິດ

ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ນັດກາງອາທິດ ຄືນວັນທີ 19 ຕຸລາຜ່ານມາ, ທັບປີສາດແດງ ແມນເຊັສເຕີ ຢູໄນເຕັດ ເປີດບ້ານໄລ່ຕ້ອນເອົາຊະນະ ທັອດແນ່ມ ຮັອດສະເປີ 2-0 ຈາກ: ເຟຣດ ນາທີ 47′ ແລະ ບຣູໂນ້…

ເຈີເກັນ ຄັອບ ສະຖິຕິຄຸມທີມດວນກັບ ເປບ ກົວດີໂອລ້າ ຍັງດີກວ່າ! ຊະນະເປັນຄັ້ງທີ 11 ຫລັງພາ ຫົງແດງ ຊະນະ ຊິຕີ້ 1-0

ເຈີເກັນ ຄັອບ ຜູ້ຈັດການທີມຊາວເຢຍລະມັນ ເພີ່ມສະຖິຕິຄຸມທີມຊະນະ ເປບ ກົວດີໂອລ້າ ຜູ້ຈັດການທີມຊາວແອັສປາຍ ເປັນຄັ້ງທີ 11 ຈາກການພົບກັນທັງໝົດ 26 ຄັ້ງ ພາຍຫລັງການພົບກັນນັດຫລ້າສຸດເກມ ພຣີເມ່ຍລີກ ອັງກິດ ຄືນວັນທີ 16 ຕຸລາຜ່ານມາ ຄັອບ ພາ…

ແອນໂທນີ້ ສ້າງປະຫວັດສາດເປັນນັກເຕະໃໝ່ຄົນທຳອິດຂອງ ແມນຢູ ຍິງ 3 ນັດລວດໃຫ້ ແມນຢູ

ແອນໂທນີ້ ປີກໃໝ່ຂອງສະໂມສອນ ແມນເຊັສເຕີ ຢູໄນເຕັດ ທີ່ຍ້າຍມາຈາກ ອາແຈັກ ໃນລະດູການນີ້ ສ້າງປະຫວັດສາດກາຍເປັນນັກເຕະຄົນທຳອິດຂອງທີມ ລົງຫລິ້ນ 3 ນັດທຳອິດ ຍິງປະຕູໄດ້ທັງ 3 ນັດ ຫລ້າສຸດ ຍິງໜຶ່ງປະຕູຊ່ວຍຕົ້ນສັງກັດ ບຸກຊະນະ ເອຟເວີຕັນ 2-1 ເກມພຣີເມ່ຍລີກ ວັນອາທິດທີ…

ມາແລ້ວ! ໄຊຊະນະນັດທຳອິດຂອງ ເລັສເຕີ ໃນພຣີເມ່ຍລີກ ລະດູການນີ້ ຖະຫລົ່ມ ນັອດຕິ້ງແຮມ ຟໍເຣັສ 4-0

ຈິງຈອກ ສະຫຍາມ ເລັສເຕີ ຊິຕີ້ ປົດລັອກ ຄວ້າໄຊຊະນະນັດທຳອິດໃນ ພຣີເມ່ຍລີກ ລະດູການນີ້ ໄດ້ສຳເລັດ ພາຍຫລັງຄືນວັນທີ 3 ຕຸລາຜ່ານມາ ເປີດບ້ານຖະຫລົ່ມ ນັອດຕິ້ງແຮມ ຟໍເຣັສ ນ້ອງໃໝ່ 4-0 ຈາກ: ເຈມສ໌ ແມັດດີສັນ…

ສຸດຍອດ!! ຊອນເຮືອງມິນ ສ້າງປະຫວັດສາດເປັນນັກເຕະຕົວສຳຮອງ ສະເປີ ຄົນທຳອິດ ລົງມາຍິງແຮັດທຣິກ ໃນພຣີເມ່ຍລີກ ພາທີມຊະນະ ເລັສເຕີ 6-2

ຊອນເຮືອງມິນ ສູນໜ້າທີມຊາດສາທາລະນະລັດເກົາຫລີ (ເກົາຫລີໃຕ້) ສວມບົດບາດພະເອກ ເປັນ Super Sub ຫລື ຍອດຕົວສຳຮອງ ລົງມາຍິງແຮັດທຣິກໃຫ້ຕົ້ນສັງກັດ ທັອດແນ່ມ ຮັອດສະເປີ ເປີດບ້ານຊະນະ ເລັສເຕີ ຊິຕີ້ 6-2 ເກມພຣີເມ່ຍລີກ ນັດທີ 7 ໃນວັນທີ…

FA ປັບໄໝ ລີເວີພູລ 7000 ປອນ ແລະ ນິວຄາສເຊິນ 6000 ປອນ! ຈາກກໍລະນີ ຄະນະຄູຝຶກມີປາກສຽງຜິດຖຽງກັນຮຸນແຮງ!!

ລີເວີພູລ ແລະ ນິວຄາສເຊິນ ຢູໄນເຕັດ ຖືກສະມຄົມບານເຕະອັງກິດ ຫລື FA ປັບໄໝ 238 ລ້ານກວ່າກີບ ຈາກກໍລະນີ ຄະນະຄູຝຶກຂອງທັງສອງທີມສະແດງພຶດຕິກຳບໍ່ເໝາະສົມ ມີປາກສຽງຜິດຖຽງກັນຮຸນແຮງ ລະຫວ່າງການແຂ່ງຂັນ ພຣີເມ່ຍລີກ ນັດທີ່ຫົງແດງ ລີເວີພູລ ເປີດບ້ານແຊງຊະນະ ນິວຄາສເຊິນ ແບບຫວຸດວິດ…

ເຈົ້າໜ້າທີ່ຕຳຫລວດບໍ່ພໍ! ພຣີເມ່ຍລີກ ທ້າຍອາທິດນີ້ ເລື່ອນຕໍ່ 3 ຄູ່! ແມນຢູ ພົບ ລີດ, ເຊວຊີ ພົບ ລີເວີພູລ ແລະ ໄບຣຕັ້ນ ພົບ ພາເລດ!!

ຝ່າຍຈັດການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ອອກມາຢືນຢັນວ່າ: ການແຂ່ງຂັນທ້າຍອາທິດນີ້ ຖືກເລື່ອນການແຂ່ງຂັນອອກໄປຈຳນວນ 3 ຄູ່ຄື: ແມນເຊັສເຕີ ຢູໄນເຕັດ ພົບ ລີດ ຢູໄນເຕັດ, ເຊວຊີ ພົບ ລີເວີພູລ ແລະ ໄບຣຕັ້ນ ພົບ ຄຣິສຕັນ…

ນິວຄາສເຊິນ ດຶງ ຄາຣີອຸສ ອະດີດຜູ້ຮັກສາປະຕູ ລີເວີພູລ ເສີມທັບ!

ນິວຄາສເຊິນ ຢູໄນເຕັດ ທີມມະຫາເສດຖີໃນ ພຣີເມ່ຍລີກ ອັງກິດ ດຶງເອົາ ລໍຣິສ ຄາຣີອຸສ ຜູ້ຮັກສາປະຕູຊາວເຢຍລະມັນ ໄວ 29 ປີ ອະດີດຜູ້ຮັກສາປະຕູ ລີເວີພູລ ມາເສີມທັບ ເຊັນສັນຍາໄລຍະສັ້ນເຖິງເດືອນມັງກອນປີໜ້າ ພ້ອມເງື່ອນໄຂຕໍ່ສັນຍາຈົນຈົບລະດູການນີ້. ຄາຣີອຸສ ໝົດສັນຍາກັບ ລີເວີພູລ ຫລັງຈົບລະດູການຜ່ານມາ…

ເດໂກ້ ຄັອສຕ້າ ສູນໜ້າພັນໂຫດ ກັບມາທ້າດວນນັກເຕະ ພຣີເມ່ຍລີກ ອີກຄັ້ງ ກັບທັບໝາປ່າ ວູຟແຮມຕັນ

ເດໂກ້ ຄັອສຕ້າ ກອງໜ້າພັນໂຫດຊາວສະເປນ (ແອັສປາຍ) ເຊື້ອສາຍເບຣຊິນ ໄວ 33 ປີ ອະດີດກອງໜ້າ ເຊວຊີ ກັບມາສັງວຽນ ພຣີເມ່ຍລີກ ອີກຄັ້ງ ມາຢ່ກັບທັບໝາປ່າ ວູຟແຮມຕັນ ວັນເດີເຣີ ໂດຍບໍ່ມີຄ່າໂຕ ພາຍຫລັງໝົດສັນຍາກັບ ແອັດເລຕິໂກ້ ມາດຣິດ…

ບາລະມີ ແລະ ປະສົບການເຖິງຫລືບໍ່? ເມື່ອເຈົ້າຂອງທີມ ເຊວຊີ ລອງຂອງ!! ແຕ່ງຕັ້ງ ຄູຝຶກຂອງ ໄບຣຕັ້ນ ເປັນຜູ້ຈັດການທີມໃໝ່ຂອງທີມ

ທັອດ ໂບລີ້ ມະຫາເສດຖີຊາວອາເມຣິກາ ເຈົ້າຂອງທີມໃໝ່ ສິງຟ້າ ເຊວຊີ ທີມຊັ້ນນຳໃນ ພຣີເມ່ຍລີກ ອັງກິດ ໝັ້ນໃຈໃນຄວາມສາມາດຂອງ ກຣາແຮມ ພັອດເຕີ ຄູຝຶກໃໝ່ຂອງທີມ ອະດີດຄູຝຶກ ໄບຣຕັ້ນ ແອນ ໂຮຟ ອາວບ້ຽນ ເພື່ອນຮ່ວມລີກ ເຖິງວ່າມີຫາງສຽງບໍ່ເຫັນດີຈຳນວນຫລາຍຈາກແຟນບານກໍຕາມ.…