ຍອດວັດທະນະທຳທີ່ຄວນຮຽນນຳ ຢູ່ຂ້າງສະໜາມເພື່ອສົ່ງສຽງເຊຍ ຫຼັງແຂ່ງຄືນ້ຳໃຈ ແລະຄວາມຮັບຜິດຊອບ
ໃຜແດ່ທີ່ຕິດຕາມການແຂ່ງຂັນບານເຕະໂລກມື້ຄືນນີ້(5 ທັນວາ 2022) ທີ່ກາຕ້າ ເຊິ່ງທີມຍີ່ປຸ່ນແມ່ນໄດ້ເສຍປະຕູໃຫ້ກັບ ໂຄຣອາຊີ 1-3 ແຕ່ການແຂ່ງຂັນຕ້ອງມີຜູ້ໄດ້ຜູ້ເສຍເປັນຂອງທຳມະຊາດ ເຖິງຍີ່ປຸ່ນຈະເປັນຝ່າຍເສຍແຕ່ນັ້ນບໍ່ໄດ້ບັ່ນທອນຄວາມຄິດກອງເຊຍເລີຍແມ່ນແຕ່ນ້ອຍ ແຕ່ກົງກັນຂ້າມກອງເຊຍຍັງແຮັບປີ ເຮັດວຽກເພື່ອເຈົ້າພາບຈົນກາຍເປັນເລື່ອງລາວໂດ່ງດັງໄປທົ່ວໂລກ. ເຖິງແມ່ນວ່າຍີ່ປຸ່ນຈະຕົກຮອບ 16 ທີມສຸດທ້າຍຂອງບານເຕະໂລກ 2022 ຫຼັງຈາກເສຍໂຄຣອາຊີ 1-3, ແຕ່ແຟນບານຍີ່ປຸ່ນທີ່ເບິ່ງຢູ່ໃນກາຕ້າຍັງສືບຕໍ່ທີ່ຈະຊ່ວຍກັນເກັບຂີ້ເຫຍື້ອອອກຈາກສະໜາມແຂ່ງຂັນ ຫຼັງຈາກຈົບເກມ. ກິດຈະກຳທີ່ບັນດາແຟນບານໄດ້ປະຕິບັດຕໍ່ເຈົ້າພາບຕອນນີ້ກາຍເປັນຂ່າວໂດ່ງດັງໄປທົ່ວໂລກ…