• Tue. May 30th, 2023

Lao Sport Update

ຮອບດ້ານວົງການກິລາ

ການສຶກສາ

  • Home
  • ລັດຖະບານ ໄຂກອງປະຊຸມວິສາມັນ ຄົ້ນຄວ້າປຶກສາຫາລື ຮ່າງກົດໝາຍ 9 ສະບັບ

ລັດຖະບານ ໄຂກອງປະຊຸມວິສາມັນ ຄົ້ນຄວ້າປຶກສາຫາລື ຮ່າງກົດໝາຍ 9 ສະບັບ

ໃນຕອນເຊົ້າວັນທີ 15 ມີນາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ໄຂກອງປະຊຸມວິສາມັນ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ທ່ານຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ຈະດຳເນີນ…

ຮັກສາມູນເຊື້ອເດີ້ ມສ ມິດຕະພາບລາວ-ຫວຽດປີນີ້ເຈົ້າສຸດຍອດ

ລະດູແຫ່ງການສອບເສັງນັກຮຽນເກັ່ງກັບມາອີກຮອບ ຕື່ນເຕັ້ນແທນນ້ອງໆກົດດັນແທນຄົນເກັ່ງ ແຕ່ຫຼາຍແຂວງກໍ່ຜ່ານພົ້ນໄປແລ້ວການເຟັ້ນຫາຕົວແທນຄົນເກັ່ງຂອງແຂວງ ເພື່ອມາວັດຄວາມຮູ້ກັບໝູ່ເພື່ອນຊັ້ນດຽວກັນຈາກທົ່ວປະເທດ. ຊຶ່ງພະແນກສຶກສາທິການ ແລະກິລາແຂວງສະຫວັນນະເຂດ ໄດ້ຈັດພິທີເປີດການສອບເສັງນັກຮຽນເກັ່ງຂັ້ນແຂວງສຳເລັດໄປເປັນທີ່ຮຽບຮ້ອຍ ຕອນນີ້ຮູ້ແລ້ວວ່າໃຜຈະໄດ້ກຽມມາພິຊິດເສັ້ນໄຊສຸດທ້າຍຢູ່ລະດັບຊາດ ແຕ່ສິ່ງໜຶ່ງທີ່ສັງເຫດໄດ້ ປີນີ້ ນ້ອງໆຈາກ ມສ ມິດຕະພາບລາວ-ຫວຽດ ຄວ້າໄປຫຼາຍວິຊາ. ເວົ້າເລື່ອງນັກຮຽນເກັ່ງນ້ອງໆທຸກຄົນແມ່ນມີຄວາມຕັ້ງໃຈພໍໆກັນ ແຕ່ປີນີ້ສຳລັບແຂວງສະຫວັນນະເຂດ ມສ ມິດຕະພາບລາວ-ຫວຽດ ສ້າງຜົນງານໄດ້ດີຫຼາຍ ເອີ້ນວ່າໄດ້ສ້າງປະຫວັດສາດຄັ້ງສຳຄັນໃຫ້ກັບໂຮງຮຽນ…

ຊົມເຊີຍນັກຮຽນເກັ່ງ ແຂວງຄຳມ່ວນ ພ້ອມລຸຍສອບເສັງນັກຮຽນເກັ່ງລະດັບຊາດທີ່ ນະຄອນຫຼວງວຽງຈັນ

ໃນວັນທີ 10 ມີນາ 2023 ແຂວງຄຳມ່ວນ ໄດ້ດໍາເນີນການສອບເສັງຄັດເລືອກແຂ່ງຂັນນັກຮຽນເກັ່ງເປັນທາງການ ທີ່ ສູນ ICT ມປ ທ່າແຂກ ໂດຍໄດ້ແບ່ງອອກເປັນ 2 ໄລຍະຄື: ພາກເຊົ້າ ແມ່ນສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງ ແລະ ພາກບ່າຍ ແມ່ນແຂ່ງຂັນຕອບວິທະຍາສາດ. ພາຍຫຼັງສໍາເລັດການແຂ່ງຂັນຕອບວິທະຍາສາດແລ້ວກໍ່ໄດ້ຈັດພິທີສະຫຼຸບການສອບເສັງນັກຮຽນເກັ່ງທົ່ວແຂວງຂຶ້ນຢ່າງເປັນທາງການຢູ່ທີ່ຫ້ອງປະຊຸມຂອງພະແນກສຶກສາທິການ…

ຂົວລອຍຟ້າ ເພື່ອການຂ້າມທາງທີ່ປອດໄພຈະເກີດຢູ່ຫຼັກ 5 ໄວໆນີ້

ເພື່ອເປັນການອຳນວຍຄວາມສະດວກແກ່ການຍ່າງຂ້າມທາງຂອງຜູ້ຄົນ ບໍ່ໃຫ້ກະທົບກກັບການສັນຈອນ ທັງມີຄວາມປອດໄພຕໍ່ຜູ້ມີຈຸດປະາສົງຈະຂ້າມທາງ, ນະຄອນຫຼວງມີແຜນຈະສ້າງຂົວຂ້າມຖະໜົນແຫ່ງໃໝ່ຢູ່ເຂດຫຼັກ5 ຕໍ່ຫນ້າໂຮງຮຽນ ມັດທະຍົມສົມບູນ ລາວ-ຫວຽດນາມ ເລີ່ມແຕ່ນີ້ເປັນຕົ້ນໄປ ມີກຳນົດໃຫ້ສຳເລັດພາຍໃນ 4 ເດືອນ. ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນໄດ້ອອກແຈ້ງການເຖິງ ບັນດາສໍານັກງານ, ອົງການຈັດຕັ້ງລັດ-ສາກົນ, ພະນັກງານ, ທະຫານ, ຕໍາຫຼວດ ນັບທັງພໍ່ແມ່ປະຊາຊົນ,…

ແຕ່ງຕັ້ງ ທ່ານ ກິ່ງມະໂນ ພົມມະຫາໄຊ ເປັນກໍາມະການຄະນະພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາຜູ້ໃໝ່

ຂປລ. ກະຊວງສຶກສາທິການ ແລະ ກິລາ ຈັດພິທີປະກາດແຕ່ງຕັ້ງ ທ່ານ ກິ່ງມະໂນ ພົມມະຫາໄຊ ກໍາມະການຄະນະພັກ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນກໍາມະການຄະນະພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາຜູ້ໃໝ່ ຈັດຂຶ້ນໃນວັນທີ 20 ກຸມພາ ຜ່ານມາ.…

ໃຊ້ຄວາມຜິດຫວັງເປັນແຮງພັກດັນ ກ້າວສູ່ນັກທຸລະກິດຍິງຄວາມສຳເລັດ

  ຊີວິດຂອງທຸກໆຄົນບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ຕ້ອງຕໍ່ສູ້ກັບໂຊກຊາຕາ ບາງຄົນກໍ່ພົບແຕ່ສິ່ງດີໆແຕ່ກັບອີກຫຼາຍຄົນຕ້ອງຜະເຊີນກັບຊີວິດທີ່ໂຫດຮ້າຍ ຖ້າໃຈແຂງພໍ ແລະສາມາດເອົາຕົວລອດມາໄດ້ ຮູ້ເຂັດລາບ ແລະປ່ຽນແນວຄວາມຄິດໃໝ່ ກ້າວຕໍ່ໄປຕ້ອງສົດໃສກວ່າເກົ່າແນ່ນອນຄືກັບສາວເມ ນັກທຸລະກິດໄທຜູ້ຮັກວັດທະນະທຳລາວຄົນນີ້. ສຳລັບສາວເມ ເປັນບຸກຄົນທີ່ມີເບື້ອງຫຼັງຊີວິດທີ່ບໍ່ສວຍງາມ ເພິ່ນເປັນຄົນສູ້ຊີວິດມາແຕ່ນ້ອຍ ເຊິ່ງມີສະພາບຈິດໃຈບອບບາງຢູ່ແລ້ວ ຍັງມາພົບຮັກທີ່ບໍ່ສົມຫວັງກັບຄົນທີ່ຄາດວ່າຈະຝາກທັ້ງຊີວິດໄວ້ນຳຈິ່ງເຮັດໃຫ້ລູກຜູ້ຍິງຄົນໜຶ່ງທໍ້ໃຈເຖິງຂັ້ນຈະປິດຊີບໂຕເອງເພື່ອໜີບັນຫາທັ້ງໝົດ ແຕ່ບໍສຳເລັດ ແລະຫຼັງຈາກນັ້ນສາວເມໄດ້ເກີດໃໝ່ອີກຄັ້ງເປັນຄົນໃໝ່ທີ່ເຂັ້ມແຂງ ເບິ່ງຫາເປົ້າໝາຍໃນຊີວິດຈົນກາຍເປັນເຈົ້າຂອງທຸລະກິດຫຼາຍຢ່າງໃນປະຈຸບັນ. ທຸກມື້ນີ້ ສາວ…

ຈາກຄົນບໍ່ມີບ່ອນຢູ່ກ້າວສູ່ເຈົ້າຂອງທຸລະກິດ ມື້ນີ້ມີແບ່ງປັນນັ້ນຍ້ອນມີການສຶກສາ

ເຈົ້າຂອງໂຮງແຮມ ອະນັນຕະ ຫຼວງພະບາງອະດີດເດັກວັດຜູ້ບໍ່ຍອມແພ້ຕໍ່ໂຊກຊາຕາ ໄດ້ບຸກບືນສູ້ຊົນເອົາດີກັບການຮຽນຈົນໄດ້ທຶນໄປຮຽນຢູ່ເມືອງນອກ ແລະກັບມາພ້ອມຜົນສຳເລັດ ແລະຍັງມາເປີດກິດຈະການຢູ່ບ້ານເຮົາຊ່ວຍສ້າງວຽກເຮັດງານທຳ, ສ້າງສິ່ງດີໆໃຫ້ຄົນທີ່ຍັງດອຍກວ່າ, ຫຼ້າສຸດນີ້ໄດ້ໄປມອບອຸປະກອນໃຫ້ນ້ອງນ້ອຍນັກຮຽນຢຸ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ. ໂດຍວັນທີ 23 ມັງກອນຜ່ານມາ ທີ່ໂຮງຮຽນປະຖົມບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫລວງພະບາງ ໄດ້ມີພິທີມອບ-ຮັບອຸປະກອນການຮຽນໃຫ້ນ້ອງນັກຮຽນ ຊຶ່ງນຳອຸປະກອນການຮຽນມາມອບໃນຄັ້ງນີ້ ແມ່ນການປະກອບສ່ວນຂອງທ່ານ ມີໄຊ…

ມ ສະຫວັນນະເຂດ ໜ້າຮຽນສຸດໆເທິງພື້ນທີ່ 300 ກວ່າເຮັກຕາ

ການສຶກສາຮ່ຳຮຽນ ຮຽນຢູ່ໃສກໍໄດ້ ແຕ່ຖ້າໄດ້ຮຽນໃນໂຮງຮຽນງາມໆກໍ່ເປັນອີຫຍັງທີ່ຫຼາຍໆຄົນໄຝ່ຫາ ຢາກໄປຢູ່ໃນຮົ້ວແຫ່ງນັ້ນ ຢາກມີໂປຣຟາຍກັບຄວາມສວຍງາມໜ້າຢູ່ ແບບດຽວກັນກັບ ມະຫາວິທະນາໄລສະຫວັນນະເຂດ ຈຸດສ້າງວິທະຍາເຂດໃໝ່ແຫ່ງນີ້ຍອມຮັບວ່າໂຄດມີຄວາມເປັນສາກົນ. ສຳລັບວິທະຍາເຂດແຫ່ງໃໝ່ນີ້ ຂອງ ມຂ ແມ່ນຕັ້ງຢູ່ານໜອງຜື ເທດສະບານນະຄອນ ໄກສອນພົມວິຫານ ເທິງພື້ນທີ່ 305 ເຮັກຕາ ບອກເລີຍງົດງາມມີຄວາມເປັນອິນເຕີ ຮັບຮອງນ້ອງໆລຸ້ນໃໝ່ເຫັນແລ້ວຢາກສະໝັກເຂົ້າໄປຮຽນ. ຢ່າງໃດກໍ່ຕາມ…

ໜ້າເຫັນໃຈນ້ອງໆໂຮງຮຽນໄຟໄໝ້ກ້ຽງ ເຈົ້າແຂວງລົງຕິດຕາມກວດກາຊີ້ນຳໃຫ້ພາກສ່ວນຕ່າງໆຂອງເມືອງເລັ່ງຫາທາງແກ້

ໃນຕອນບ່າຍຂອງວັນທີ 4 ມັງກອນ 2023 ນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານໄດ້ລົງຕິດຕາມກວດກາເຫດການໄຟໄຫມ້ໂຮງຮຽນປະຖົມບ້ານປ່າຄາ ເມືອງຄອບ ແຂວງໄຊຍະບູລີ. ອີງຕາມການລາຍງານຂອງທ່ານ ຊອນ ໄຊຍະວົງ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງໃຫ້ຮູ້ວ່າ: ເຫດການດັ່ງກ່າວແມ່ນເກີດຂື້ນຄໍ່າຄືນຂອງວັນທີ 1…

ເລີ່ມມີການແອບອ້າງເປັນນ້ອງບຸກຄົນໜ້າເຊື່ອຖື ເພື່ອຫາໂອກາດນຳຜູ້ຢາກໄປເກົາຫຼີ

ເອີ້ນວ່າກະແສການໄປເຮັດວຽກຢູ່ເກົາຫຼີແມ່ໄດ້ຮັບຄວາມສົນໃຈພໍສົມຄວນຈາກພີ່ນ້ອງຊາວລາວ ແຕ່ເໜືອຮອດໃຕ້ ຫຼາຍຄົນຢາກໄດ້ແຕ່ໂກຕ້າຮັບມີຈຳກັດ ຈິ່ງກາຍເປັຍຊ່ອງວ່າງໃຫ້ນັກຕົ້ມຕຸນອອກເຄື່ອນໄຫວ ເຊິ່ງຜ່ານມາແມ່ນມີຜູ້ຖືກຈັບແລ້ວຍ້ອນຮັບເງິນນຳປະຊາຊົນມາຫຼາຍແຕ່ບໍສາມາດແລ່ນໃຫ້ເຂົາໄປເຮັດວຽກໄດ້ ແຕ່ກະແສຂ່າວແມ່ນຍັງເຂົ້າບໍເຖິງທຸກຄົນ ເຮັດໃຫ້ສືບຕໍ່ມີຜູ້ຕົກເປັນເຫຍື່ອຢູ່ຍ້ອນຢາກໄປທາງລັດ ແລະຢາກໄວຂຶ້ນ. ຫຼ້າສຸດນີ້ ທ່ານ ບຸນທ່ຽງ ຣັດຕະນະວົງ ປະທານບໍລິສັດໄອຈ໋ອບ ໜຶ່ງໃນສອງບໍລິສັດທີ່ໄດ້ຮັບອະນຸຍາດຈາກລັດຖະບານໃນການຈັດສົ່ງແຮງງານໄປເຮັດວຽກຢູ່ເກົາຫຼີຕາມລະດູການ ໄດ້ອອກມາເຕືອນໄພ ໃຫ້ລະວັງຖືກຫຼອກລວງໃຫ້ເສຍເງິນ! ທ່ານລະບຸວ່າ ມີຫຼາຍຄົນຮ້ອງຮຽນມາ ຈຶ່ງຈຳເປັນຕ້ອງເອົາມາລົງ ເພື່ອບໍ່ໃຫ້ມີຄົນເສຍຫາຍ…