ໃບເສຍຄ່າທໍານຽມທາງ ປີ 2023 ມີ2ຮູບແບບ ສາມາດຢັ້ງຢືນທາງດ້ານກົດໝາຍຄືກັນ
ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ອອກຄຳແນະນຳ ວ່າດ້ວຍ ການເສຍຄ່າທຳນຽມທາງ ປະຈຳປີ 2023 ເລກທີ 2052/ກສອ ລົງວັນທີ 21 ເມສາ 2023. ໃບເສຍຄ່າທໍານຽມທາງ ປະຈໍາປີ 2023 ມີ 02 ຮູບແບບຄື: ແບບອີເລັກໂຕຣນິກ…
ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ອອກຄຳແນະນຳ ວ່າດ້ວຍ ການເສຍຄ່າທຳນຽມທາງ ປະຈຳປີ 2023 ເລກທີ 2052/ກສອ ລົງວັນທີ 21 ເມສາ 2023. ໃບເສຍຄ່າທໍານຽມທາງ ປະຈໍາປີ 2023 ມີ 02 ຮູບແບບຄື: ແບບອີເລັກໂຕຣນິກ…
ນະຄອນຫລວງວຽງຈັນ (ນວ) ກຽມສະຫລອງບຸນປີໃໝ່ລາວພສ 2566 ໃຫ້ຮັກສາໄດ້ປະເພນີອັນດີງາມຂອງຊາດ ໂດຍໄດ້ກຳນົດຈຸດສູນກາງ ທີ່ມີກິດຈະກຳລວມສູນຄື: ເຂດຄຸ້ມເມືອງເກົ່າ ວັດຈັນ ເມືອງຈັນທະບູລີ ແບ່ງອອກເປັນ 2 ກິດຈະກຳຫລັກຄື: ກິດຈະກຳທາງສາສະໜາ ປະກອບມີ ພິ ທີທາງສາສະໜາອັງເຊີນພະພຸດທະຮູບລົງຫົດສົງ, ຂະບວນແຫ່ພະພຸດທະຮູບມິງເມືອງ, ພິທີໃສ່ບາດ ພິ…
ຕາມຂ່າວຈາກກະຊວງການເງິນໃຫ້ຮູ້ວ່າ: ໃນວັນທີ 5 ເມສາ 2023 ນີ້, ທີ່ຫ້ອງປະຊຸມກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ຈັດພິທີມອບ ລາງວັນ ແລະ ໃບຍ້ອງຍໍໃຫ້ບັນດາວິສາຫະກິດທີ່ປະຕິບັດມອບພັນທະອາກອນດີເດັ່ນເຂົ້າງົບປະມານແຫ່ງລັດ ປະຈຳປີ 2021 ທັງໝົດ 199 ຫົວໜ່ວຍທີ່ຂຶ້ນກັບກົມສ່ວຍສາອາກອນຄຸ້ມຄອງ. ໂດຍການເປັນກຽດມອບລາງວັນ-ໃບຍ້ອງຍໍທຸລະກິດດີເດັ່ນປະເພດ I ຂອງທ່ານ…
ການສ້າງຮຸ່ນຈຳລອງມະຫີງສາ ຫຼື ຄວາຍ ທີ່ເປັນພາຫະນະ ຂອງນາງສັງຂານນຳໃຊ້ໃນມື້ແຫ່ຫວໍ່ ເປັນອີກວຽກງານໜື່ງທີ່ຄະນະຮັບຜິດຊອບ ຈັດງານບຸນປີໃໝ່ລາວ ຢູ່ນະຄອນ ຫຼວງພະບາງ ໄດ້ເອົາໃຈໃສ່ປະຕິບັດໃນແຕ່ລະປີ ສະເພາະປີນີ້ ແມ່ນຮຸ່ນຈຳລອງໂຕຄວາຍ ເປັນພາຫະນະຂອງນາງສັງຂານ ທີ່ຊົງພະນາມວ່າ: ກິມິທາເທວີ. ການສ້າງຮຸ່ນຈຳລອງໃນແຕ່ ລະປີ ແມ່ນຄູ-ອາຈານ ພາຍໃນວິທະຍາໄລວິຈິດສີນພື້ນເມືອງຫຼວງພະບາງ ເປັນຜູ້ຮັບຜິດຊອບສ້າງ.…
ນາງສັງຂານ ເປັນກິດຈະກຳໜຶ່ງທີ່ຕິດພັນກັບງານບຸນປີໃໝ່ລາວມາຊ້ານານ ເປັນເລື່ອງເລົ່າທີ່ກ່ຽວກັບການຫົດສົງ ຕຳນານການຫົດສົງບຸນປີໃໝ່ແມ່ນຄວາມປາຖະໜາໜຶ່ງຂອງເລື່ອງລາວນາງສັງຂານ ຊຶ່ງຕັດອອກຈາກກັນບໍ່ໄດ້ ສະນັ້ນ ຫຼວງພະບາງເມືອງແຫ່ງອະລິຍະທຳ ທາງວັດທະນະທຳຈິ່ງບໍ່ເຄີຍປ່ອຍວາງການປະກວດສາວງາມຜູ້ຈະມາເປັນນາງສັງຂານຕົວແທນລູກສາວຂອງພະຍາກະບິນລະພົມໃນທຸກໆປີ. ອີງຕາມປະຕິທິນ ວັດປ່າໂພນເພົາ ວະນາຣາມ ນະຄອນຫຼວງພະບາງກ່ຽວກັບທຳນາຍຊາຕາປີນີ້ ມື້ສັງຂານລ່ວງແມ່ນມື້ແຮມ 9 ຄ່ຳເດືອນ 5 ພສ 2565 ກົງກັບວັນທີ 14…
ໃນຄັ້ງວັນທີ 22 ຫາ 23 ມີນາ 2023 ກ້ອນກຳລັງກອງບັນຊາການທະຫານເມືອງວຽງຄຳ ແຂວງຫຼວງພະບາງ ສົມທົບກັບພະນັກງານ-ລັດຖະກອນ ເຄື່ອນໄຫວດັບໄຟໄໝ້ລາມປ່າຢູ່ເຂດປ່າສະຫງວນພູກຸ. ເຊິ່ງເປັນເຂດຍຸດທະສາດການທະຫານ ແລະປ່າສະຫງວນຂອງເມືອງ ແຕ່ບໍ່ທັນສໍາເລັດ ເນື່ອງຈາກມີຫຍຸ້ງຍາກຫຼາຍດ້ານ ຍ້ອນບໍເວນປ່າດັ່ງກ່າວເປັນປ່າດົ່ງດິບ, ມີໄມ້ປ້ອງເປັນສ່ວນໃຫຍ່ ແລະ ໃບໄມ້ແຫ້ງຫລາຍ. ມື້ຕໍ່ມາຄະນະພັກ-ຄະນະບັນຊາ ຈິ່ງໄດ້ສືບຕໍ່ຈັດຕັ້ງກຳລັງ…
ຝຸ່ນລະອອງ PM2.5 ເປັນໄພອັນຕະລາຍໃກ້ຕົວທີ່ຕ້ອງລະວັງ ຫຼັງຈາກຫຼາຍພື້ນທີ່ຂອງປະເທດ ມີຄ່າ ເກີນມາດຕະຖານ ໂດຍສະເພາະບັນດາແຂວງພາກເໜືອມີຄ່າທີ່ສົ່ງຜົນກະທົບສູງຕໍ່ສຸຂະພາບ ເຊິ່ງໜັກສຸດຍັງແມ່ນຫຼວງພະບາງ, ຂະນະທີ່ນະຄອນຫຼວງວຽງຈັນ ສະພາບເລີ່ມຜ່ອນຄາຍລົງເລັກໜ້ອຍ. ຫຼ້າສຸດກະຊວງສາທາລະນະສຸກ ໄດ້ອອກແຈ້ງເຕືອນເລກທີ 279/ສທ ລົງວັນທີ 27 ມີນາ 2023 ເລື່ອງ: ຜົນກະທົບຂອງມົນລະພິດໝອກຄວັນ ຫຼື…
ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະອຸທົກກສາດ ວັນທີ28 ມີນາ ລາຍງານວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະສືບຕໍ່ອ່ອນກຳລັງລົງຍັງປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ ສົມທົບກັບກະແສລົມ ຕາເວັນຕົກພັດປົກຄຸມພາກເໜືອ ລົງຫາ ພາກກາງ ແລະ ກະແສລົມຕາ ເວັນອອກສ່ຽງໃຕ້ພັດປົກຄຸມພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ຕື່ມອີກ…
ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ແລະ ສັນຍາ 2 ວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ມາຮອດທ້າຍເດືອນກຸມພາ ປະຕິບັດໄດ້ 69,10% ລື່ນຄາດໝາຍ 0,08%.…
ພິທີເຊັນສັນຍາ ສຳປະທານດິນລັດ ຕາງໜ້າອົງການປົກຄອງແຂວງຕຳມ່ວນໂດຍ ພະແນກແຜນການ ແລະ ການລົງທຶນແຂວງ ແລະ ຝ່າຍຜູ້ລົງທຶນໂດຍແມ່ນທະນາຄານພົງສະຫວັນ ຈໍາກັດໄດ້ຈັດຂຶ້ນໃນວັນທີ 16 ມີນາ 2023 ຜ່ານມາຢູ່ທີ່ໂຮງແຮມຣີເວີເຣຍ ເມືອງທ່າແຂກ . ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ທັງເປັນປະທານຄະນະກໍາມະການສົ່ງເສີມການລົງທຶນຂັ້ນແຂວງ…