• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

Admin KL

  • Home
  • ໃກ້ຄວາມເປັນຈິງ ກັນລະຍາ ຮັບບົດຫົວໜ້າຄູຝຶກ ທີມຊາດລາວ ຊຸດໃຫຍ່ ຄົນລາວຮອບ 7 ປີແລງນີ້

ໃກ້ຄວາມເປັນຈິງ ກັນລະຍາ ຮັບບົດຫົວໜ້າຄູຝຶກ ທີມຊາດລາວ ຊຸດໃຫຍ່ ຄົນລາວຮອບ 7 ປີແລງນີ້

ທ່ານ ກັນລະຍາ ສີສົມຫວັງ ກຽມຮັບບົດບາດເປັນຫົວໜ້າຄູຝຶືກທີມຊາດລາວ ຊດໃຫຍ່ ຄັ້ງທໍາອິດ ແລະ ເປັນຊາວລາວ ຄົນທໍາອິດຮອບ 7 ປີ ທີ່ໄດ້ຄຸມທີມຊາດລາວ ຊຸດໃຫຍ່ ຕໍ່ຈາກອາຈານ ເວີນສະຫວັນ ສີວິໄຊ ໂດຍແລງມື້ນີ້ມີນັດພາທີມຊາດລາວ ຊຸດໃຫຍ່ ລົງແຂ່ງຂັນ FRIENDLY…

ເບິ່ງວິນາທີິປະຫວັດສາດ ເບສບອລທີມຊາດລາວ ຊະນະນັດທໍາອິດ ພ້ອມເຂົ້າຮອບໃນເອຊຽນເກມ (ຄລິບ)

ທີມຊາຍເບສບອລ ທີມຊາດລາວ ສາມາດຊະນະນັດທໍາອິດໃນລາຍການໃຫຍ່ໆລະດັບນາໆຊາດຢ່າງ ເອຊຽນ ເກມ ຄັ້ງທີ 19 ທີ່ ສປ ຈີນຫຼັງ ສາມາດເອົາຊະນະ ທີມຊາດສິງກະໂປ ໄປຫວຸດຫວິດ 8-7 ເມື່ອວັນທີ 27 ກັນຍາ 2023.(ເບິ່ງລາຍລະອຽດທີ່ຄລິບ) ໄປເບິ່ງຈັງຫວະຕັ້ງຮັບທີ່ໜ້ຽວແໜ້ນຂອງ ທີມຊາດລາວ…

ກະຕໍ້ທີມຊາດລາວ ຄວ້າ 2 ຫຼຽນທອງທໍາອິດໃຫ້ ທັບນັກກີລາລາວ ໃນເອຊຽນ ເກມ ທີ່ຈີນ

ກະຕໍ້ ທີມຊຸດຊາຍ ທີມຊາດລາວ ຄວ້າຫຼຽນທອງທໍາອິດ ແລະ ທີມຊຸດຍິງ ທີມຊາດລາວ ຄວ້າຫຼຽນທອງທີ 2 ໃຫ້ທັບນັກກີລາລາວ ໃນງານມະຫາກໍາກີລາ ເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ໃນວັນທີ 28…

ໄປເບິ່ງເຮືອຊ່ວງທີ່ເກົ່າແກ່ ບໍລິສັດວິໄລກຸນ (ລຳຂຽວ) ກັບທີມບານເຕະ W.I.G ຈາກຜູ້ມີໃຈຮັກມັກກິລາ

ເຊື່ອວ່າຫຼາຍຄົນຄືຄຸ້ນໆກັບ ບໍລິສັດ ວິໄລກຸນ ເຊິ່ງມາຮອດປັດຈຸບັນ ປະທານບໍລິສັດດັ່ງກ່າວເປັນຄົນທີ່ຮັກມັກກີລາ ໄດ້ສ້າງສະໂມສອນບານເຕະເຍົາວະຊົນ ກໍຄື WIG NAGA (ດັ່ງນັ້ນມື້ນີ້ແອັດມິນຈະນໍາເອົາຂໍ້ມູນ ແລະ ຜົນງານທັງການສ້າງ ເຮືອ ແລະ ທີມບານເຕະມາບອກເລົ່າ (ລາຍລະອຽດເບິ່ງຄລິບ) ບໍລິສັດວິໄລກຸນ ໄດ້ຊື້ເຮືອລຳນີ້ມາຈາກຊາວບ້ານປາກບາກ ເມືອງງອຍ ແຂວງຫລວງພຣະບາງ…

ທີມຊາດລາວ ເອີ້ນ ໄມເຄິລ ວາງ-ໂຣມັນ ມາຕາມນັດກຽມລຸຍຄັດ ບານໂລກ 2026

ທີມຊາດລາວ ຊຸດໃຫຍ່ ຄັດໄດ້ແລ້ວ 31 ນັກເຕະໃນນັ້ນມີ ໄມເຄິລ ວາງ – ໂຣມັນ 2 ນັກເຕະເຊື້ອສາຍລາວ-ຕ່າງປະເທດ ມາເກັບຕົວຝຶກຊ້ອມ ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World…

ບຸນພະຈັນ ນັກເຕະລາວແຝງລິດອີກແລ້ວແອັສຊິສໃຫ້ໝູ່ຍິງພາທີມບຽດຊະນະລວດ 6 ນັດໃນລີກກໍາປູເຈຍ

ບຸນພະຈັນ ນັກເຕະລາວແຝງລິດອີກແລ້ວແອັສຊິສໃຫ້ໝູ່ຍິງພາ Preah Khan Reach Svay Rieng ບຽດຊະນະ Visakha 1-0 ໃນການແຂ່ງຂັນລີກສູງສຸດຂອງປະເທດກໍາປູເຈຍ ເມື່ອວັນທີ່ 24 ກັນຍາ 2023 ( ລາຍລະອຽດເບິ່ງຄລິບ ) ຈາກຜົນດັ່ງກ່າວຍັງເຮັດໃຫ້ ຕັ້ນສັງກັດຂອງ…

ໄປເບິ່ງ 2 ນັກກິລາປິ່ງປ່ອງເຍົາວະຊົນລາວ ຄວ້າຮອງແຊ້ມລາຍການຊີງແຊັມເຍົາວະຊົນໂລກ (ຄລິບ)

2 ນັກກີລາປິ່ງປ່ອງທີມຊາດເຍົາວະຊົນລາວ ສ້າງຜົນງານໂດດເດັ່ນສາມາດທະລຸເຂົ້າຮອບຊີງຊະນະເລີດ ກ່ອນຍາດໄດ້ອັນດັບທີ 2 ທັງສອງ ໃນການແຂ່ງຂັນກີລາປິ່ງປ່ອງເຍົາວະຊົນ-ຊາວໜຸ່ມ ຊີງແຊັມໂລກ ປະຈໍາປີ 2023 (WTT Youth Contender) ເຊິ່ງເປັນລາຍການເກັບຄະແນນສະສົມຊີງອັນດັບວາງຂອງໂລກ ລະຫວ່າງວັນທີ 20-23 ກັນຍາ 2023 ທີ່ໄອເຕັກມໍ ຊັ້ນ…

ອາເຣນາ ກູເລຍໂມ ອໍາລາ ທີມຊາດລາວ ກັບຜົນງານ 5 ນັດ (ຄລິບ)

ສະຫະພັນບານແຫ່ງຊາດລາວ ( ສຕລ ) ເປີດເຜີຍຜ່ານເພຈ໌ບຸກທາງການວ່າ: ທ່ານ ອາເຣນາ ກູເລຍໂມ (ARENA GUGLIERMO) ໄດ້ໝົດສັນຍາໃນການເປັນຫົວໜ້າຄູຝຶກທີມຊາດລາວ ເປັນທີ່ຮຽບຮ້ອຍ ເມື່ອວັນທີ 20 ກັນຍາ 2023 ທີ່ຜ່ານມາ ພ້ອມທັງແຕ່ງຕັ້ງ ທ່ານ ກັນລະຍາ…

ນັກກິລາລາວ 152 ຄົນໃນນັ້ນເປັນນັກກິລາເຊື້ອສາຍລາວ-ຕ່າງປະເທດ 6 ຄົນຮ່ວມຊີງໄຊ ເອຊຽນເກມ

ສປປ ລາວ ກໍານົດສົ່ງ 16 ປະເພດກີລາ ໂດຍມີນັກກີລາ 152 ຄົນ ເຂົ້າຮ່ວມແຂ່ງຂັນງານມະຫາກໍາກີລາ ເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫາງໂຈ ສປ ຈີນ ລະຫວ່າງວັນທີ 23 ກັນຍາ – 8…