• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

Admin S

  • Home
  • ພາບແຫ່ງຄວາມປະທັບໃຈຂອງສົງການປີນີ້ ທີ່ຫຼວງພະບາງ

ພາບແຫ່ງຄວາມປະທັບໃຈຂອງສົງການປີນີ້ ທີ່ຫຼວງພະບາງ

ບຸນປີນີ້ໃໝ່ລາວປີນີ້ທີ່ແຂວງຫຼວງພະບາງບອກເລີຍຈັດເຕັມຄາລາເບວອີຫຼີ ຫຼາຍຄົນທີ່ເຄີຍໄປແລ້ວແຕ່ຍັງວ້າວ!!!ໄດ້ອີກຢູ່ເພາະມັນມ່ວນອີຫຼີເພິ່ນວ່າ ທັງພິທີກທາງການທັງກິດຈະກຳມ່ວນຊື່ນບອກເລີຍປີໜ້າຫຼາຍຄົນຕ້ອງບໍ່ໃຫ້ໂຕເອງຕ້ອງພາດແລ້ວ. ໜຶ່ງໃນພາບທີ່ປະທັບໃຈນອກຈາກກິດຈະກຳທາງສັງຄົມແລ້ວກໍ່ຄືພາບແຫ່ງຄວາມພາກພູມໃຈຂອງຄົນທີ່ເປັນຮົ່ມໂພຮົ່ມໂຊຂອງຮອງນາງສັງຂານຫຼວງພະບາງ ເພິ່ນອອກມາຊົມຫຼານສາວໃນພິທີແຫ່ຫວໍ່! ເພິ່ນຜູ້ນັ້ນຄື ແມ່ເຖົ້າ ຂອງນ້ອງ ສິລິໂສມ ສະຫວ່າງ(ເຈົ້າຍິງລັດສະຫມີ ບໍວອນ)ນັ້ນເອງເຖິງເພິ່ນຈະອາຍຸຫຼາຍແລ້ວແຕ່ດ້ວຍຄວາມີັກແພງຫຼານສາວໃນມື້ທີ່ມີຄວາມໝາຍສຳຄັນ ເພິ່ນກໍ່ອອກມາສະແດງຄວາມຍິນດີນຳຫຼານ ທຸກຄົນທີ່ເຫັນຮອຍຍີ້ມເພິ່ນແລ້ວສາທຸກັນທົ່ວໜ້າຂໍໃຫ້ທຸແມ່ເຖົ້າ ເຈົ້າຍິງລັດສະຫມີບໍວອນ ສຸຂະພາບແຂງແຮງ ເປັນຮົ່ມໂພຮົ່ມໄຊໃຫ້ລູກຫລານໄປນານແສນນານ

ທ່ານທອງລຸນ ສີສຸລິດພ້ອມດ້ວຍການນໍານະຄອນຫລວງເຂົ້າຮ່ວມພິທີອັງເຊີນພຣະພຸດທະຮູບລົງຫົດສົງ

ຕອນເຊົ້າວັນທີ 14 ເມສາ 2023, ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ພ້ອມດ້ວຍການນໍານະຄອນຫລວງວຽງຈັນ ເຂົ້າຮ່ວມ ພິທີອັງເຊີນພຣະພຸດທະຮູບລົງຫົດສົງ ວັນປີໃໝ່ລາວ, ວັດອົງຕື້ມະຫາວິຫານ ສປປລາວ”. ການສະເຫລີມສະຫລອງປີໃໝ່ລາວ ທີ່ນະຄອນຫລວງວຽງຈັນປີນີ້ ຈັດຂຶ້ນເປັນເວລາ 03 ວັນ (ວັນທີ…

ໂດດຂົວມື້ລະຕໍ່ເນື່ອງ 6 ມື້ 4 ສົບ ຕ້ອງສູດປັດເປົ່າສິ່ງບໍດີອອກໄປ

6 ມື້ 4 ສົບເປັນໂຕເລກທີ່ຫຼາຍ ແລະບໍເພິ່ງປາຖະໜາເປັນທີ່ສຸດ ແຕ່ກໍ່ເກີດຂຶ້ນໄປແລ້ວຢູ່ຂົວປາກເຊ ດ້ວຍເຫດນີ້ເພື່ອຄວາມສະບາຍໃຈຂອງພໍ່ແມ່ປະຊາຊົນຄົນໂດດຂົວປາກເຊລ່າສຸດ! ມື້ນີ້ 30 ມີນາ 2023 ໄດ້ເຮັດ ພິທີສູດຖອດຂົວຂ້າມນ້ຳຂອງ ປາກເຊ-ໂພນທອງ ເພື່ອຂະຈັດປັດເປົ່າສີ່ງເປັນອັບປະມົງຄົນ ແນວຕາບໍ່ເຫັນທີ່ດືງດູດຈິດໃຈໃຫ້ຄົນໂຕນນ້ຳຕາຍຫຼາຍສົບ ຈາກນີ້ໄປຈະບໍ່ມີຫຍັງອີກແລ້ວມີແຕ່ສີ່ງດີໆ ພຣະອາຈານໃຫຍ່ຫຼາຍອົງ ສູດປັດເປົ່າໄປເບີດແລ້ວເດີ້ສີ່ງບໍ່ດີ. ພາຍຫຼັງເກີດເຫດການຄົນຄິດສັ້ນໂດດຂົວນ້ຳຂອງ…

ຈະຢູ່ໃນຕຳແໜ່ງໃດ ທ່ານບໍ່ເຄີຍປ່ຽນໄປເລີຍ ຜູ້ນຳຂວັນໃຈຕະຫຼອດການ

ທ່ານ ທອງລຸນ ສີສຸລິດ ຜູ້ນຳທີ່ໄດ້ສຽງສະໜັບສະໜູນຕະຫຼອດມາແຕ່ຕອນເພິ່ນເປັນນາຍົກ, ທຸກວັນນີ້ ເພິ່ນເປັນປະທານປະເທດແລ້ວ ແຕ່ການລົງພື້ນທີ່ ຢ້ຽມຢາມທ້ອງຖິ່ນ ຖານການຜະລິດຕ່າງໆ ທ່ານຍັງວາງຕົວສະຕົ້ນສະມີ້ປາຍບໍ່ເຄີຍປ່ຽນໄປເລີຍ ບໍ່ນຸ່ງຫຼູ, ບໍ່ມີຄັນຮົ່ມ ເຊື່ອວ່າທຸກຄົນທີ່ເຫັນຄົງປື້ມໃຕພໍໆກັບແອັດທີ່ເປັນຢູ່. ໃນວັນທີ 26 ມີນາ ຜ່ານມາ, ທ່ານ ທອງລຸນ ສີສຸລິດ…

ລາແລ້ວລາເລີຍ ນາຍໜ້າຂາຍປີ້ລົດໄຟແອັບອອນລາຍເປີດສະຢ່າງ

ໃນວັນທີ 15 ມີນານີ້ທາງລົດໄຟລາວ-ຈີນເລີ່ມເປີດນຳໃຊ້ລະບົບຂາຍປີ້ອອນລາຍ LCR Ticket ຢ່າງເປັນທາງການ, ເຊິ່ງຈະເປັນ​ການ​ຍົກລະ​ດັບບາດກ້າວ​ໃນການ​ໃຫ້​ຂໍ້​ມູນ​ຂ່າວ​ສານ​ຂອງ​ການ​ຂົນ​ສົ່ງ​​ໂດຍ​ສານ​ທາງ​ລົດ​ໄຟ​ລາວ-ຈີນ, ເຮັດໃຫ້ການເດີນທາງຂອງຜູ້ໂດຍສານສະດວກສະບາຍ ແລະ ມີປະສິດທິພາບຍິ່ງຂຶ້ນ ອັນເປັນ​ຂີດ​ໝາຍວ່າທາງລົດໄຟລາວ-ຈີນ ໄດ້ກ້າວເຂົ້າສູ່ຍຸກແຫ່ງການຂາຍປີ້ອອນລາຍຢ່າງເປັນທາງການ. ນັບຕັ້ງແຕ່ເປີດດຳເນີນການທາງລົດໄຟລາວຈີນໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນ ບໍ່ຢຸດທີ່ຈະພັດທະນາການບໍລິການ, ດຳເນີນການແລ່ນລົດໄຟ…

ຮັກສາມູນເຊື້ອເດີ້ ມສ ມິດຕະພາບລາວ-ຫວຽດປີນີ້ເຈົ້າສຸດຍອດ

ລະດູແຫ່ງການສອບເສັງນັກຮຽນເກັ່ງກັບມາອີກຮອບ ຕື່ນເຕັ້ນແທນນ້ອງໆກົດດັນແທນຄົນເກັ່ງ ແຕ່ຫຼາຍແຂວງກໍ່ຜ່ານພົ້ນໄປແລ້ວການເຟັ້ນຫາຕົວແທນຄົນເກັ່ງຂອງແຂວງ ເພື່ອມາວັດຄວາມຮູ້ກັບໝູ່ເພື່ອນຊັ້ນດຽວກັນຈາກທົ່ວປະເທດ. ຊຶ່ງພະແນກສຶກສາທິການ ແລະກິລາແຂວງສະຫວັນນະເຂດ ໄດ້ຈັດພິທີເປີດການສອບເສັງນັກຮຽນເກັ່ງຂັ້ນແຂວງສຳເລັດໄປເປັນທີ່ຮຽບຮ້ອຍ ຕອນນີ້ຮູ້ແລ້ວວ່າໃຜຈະໄດ້ກຽມມາພິຊິດເສັ້ນໄຊສຸດທ້າຍຢູ່ລະດັບຊາດ ແຕ່ສິ່ງໜຶ່ງທີ່ສັງເຫດໄດ້ ປີນີ້ ນ້ອງໆຈາກ ມສ ມິດຕະພາບລາວ-ຫວຽດ ຄວ້າໄປຫຼາຍວິຊາ. ເວົ້າເລື່ອງນັກຮຽນເກັ່ງນ້ອງໆທຸກຄົນແມ່ນມີຄວາມຕັ້ງໃຈພໍໆກັນ ແຕ່ປີນີ້ສຳລັບແຂວງສະຫວັນນະເຂດ ມສ ມິດຕະພາບລາວ-ຫວຽດ ສ້າງຜົນງານໄດ້ດີຫຼາຍ ເອີ້ນວ່າໄດ້ສ້າງປະຫວັດສາດຄັ້ງສຳຄັນໃຫ້ກັບໂຮງຮຽນ…

ທະນາຄານອອກເຕືອນເອງ ເລື່ອງນີ້ຕ້ອງລະວັງ

ຕະຫຼອດມື້ນີ້ຫຼາຍຄົນຄົງເຫັນແລ້ວວ່າໄດ້ປະກົດເຫັນວ່າເງິນເສຍໃນບັນຊີ ທີ່ຈີງເປັນແນວໃດເຊື່ອວ່າທຸກຄົນຈະໄດ້ຄຳຕອບຈາກທະນາຄານໄວໆນີ້ ສ່ວນການແຈ້ງຂ່າວນີ້ຄືການລ້ວງເອົາຂໍ້ມູນບັດເອທີເອັມຂອງມິດສາຊີບຢາກໃຫ້ທຸກຄົນມີສະຕິເຈື່ອນຕົວຢູ່ສະເໝີ. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນໄດ້ອອກແຈ້ງເຕືອນເປັນສະບັບທຳອິດເຖິງ: ບັນດາລູກຄ້າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ເຄົາລົບ ແລະ ນັບຖືເປັນຢ່າງສູງ ເພື່ອເປັນການສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມລາວໃຫ້ຫມົດໄປ. ໃນປະຈຸບັນນີ້ໄດ້ມີກຸ່ມຄົນຜູ້ບໍ່ຫວັງດີ ໄດ້ມີການມາ ລັກລອບເອົາຂໍ້ມູນບັດໂດຍຜ່ານຕູ້ເອທີເອັມດ້ວຍຫຼາຍຮູບຫຼາຍແບບຄືດັ່ງຮູບຂ້າງລຸ່ມນີ້, ສະນັ້ນ ຈິ່ງໄດ້ຮຽກຮ້ອງມາຍັງບັນດາທ່ານ ຊ່ວຍເປັນເຈົ້າການນໍາກັນ ເມື່ອເວລານໍາໃຊ້ຕູ້ເອທິເອັມຄວນເອົາໃຈໃສ່ເປັນພິເສດຄວນເອົາມືບັງລະຫັດຂອງຕົນເອງ ເວລາກົດລະຫັດທຸກໆຄັ້ງ,…

ບໍ່ຜ່ານ! ເຈົ້າໜ້າທີ່ດຳເນີນຄະດີເຈົ້າຂອງຮ້ານຜູ້ເຮັດເກີນເຫດ

ຈາກເຂົ້າໜົມຖົງ 2000 ກີບກາຍເປັນເລື່ອງລາວໃຫຍ່ໂຕ ຫຼັງຈາກແມ່ຄ້າໃຈຂຶ້ນຈັບເດັກ 7 ປີ ມາມັດໄວ້ ຫວັງໃສ່ໂທດໃຫ້ສາສົມ ສຸດທ້າຍແລ້ວເດັກກໍ່ເປັນພຽງເດັກ ເຮົາຜູ້ໃຫຍ່ຕ້ອງຮັບໂທດທັງປົວແປງຈິດໃຈຕາມຮີດຄອງໃຫ້ເປັນທີ່ພໍໃຈຂອງສອງຝ່າຍ ເພາະນັ້ນນອກຈາກຈະລະມີດສິດທິເດັກແລ້ວຍັງເປັນການສ້າງປົມດ້ອຍທີ່ບໍດີໃຫ້ເັດຄົນດັ່ງກ່າວໄປອີກດົນ. ຈາກເຫດການກ່ອນໜ້ານີ້ໄດ້ມີເຈົ້າຂອງຮ້ານຂາຍເຄື່ອງມັດເດັກນ້ອຍຕິດກັບລົດຈັກ ຈົນກາຍເປັນກະແສສັງຄົມໂຈມຕີວິພາກວິຈານວ່າເຮັດເກີນກ່ວາເຫດ, ໃນວັນທີ 7 ມີນາ 2023, ເຈົ້າໜ້າທີ່ ປກສ ແຂວງໄຊສົມບູນ…

ຂົວລອຍຟ້າ ເພື່ອການຂ້າມທາງທີ່ປອດໄພຈະເກີດຢູ່ຫຼັກ 5 ໄວໆນີ້

ເພື່ອເປັນການອຳນວຍຄວາມສະດວກແກ່ການຍ່າງຂ້າມທາງຂອງຜູ້ຄົນ ບໍ່ໃຫ້ກະທົບກກັບການສັນຈອນ ທັງມີຄວາມປອດໄພຕໍ່ຜູ້ມີຈຸດປະາສົງຈະຂ້າມທາງ, ນະຄອນຫຼວງມີແຜນຈະສ້າງຂົວຂ້າມຖະໜົນແຫ່ງໃໝ່ຢູ່ເຂດຫຼັກ5 ຕໍ່ຫນ້າໂຮງຮຽນ ມັດທະຍົມສົມບູນ ລາວ-ຫວຽດນາມ ເລີ່ມແຕ່ນີ້ເປັນຕົ້ນໄປ ມີກຳນົດໃຫ້ສຳເລັດພາຍໃນ 4 ເດືອນ. ພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນໄດ້ອອກແຈ້ງການເຖິງ ບັນດາສໍານັກງານ, ອົງການຈັດຕັ້ງລັດ-ສາກົນ, ພະນັກງານ, ທະຫານ, ຕໍາຫຼວດ ນັບທັງພໍ່ແມ່ປະຊາຊົນ,…

ເລື່ອງນີ້ໂຄດເສົ້າ ນອນໂຮງໝໍຢູ່ກັບມາຮອດເຮືອນມີແຕ່ຂີ້ເຖົ່າເຫຼືອໄວ້ໃຫ້ເບິ່ງ

ບູຮານວ່າ ໂຈນເຂົ້າເຮືອນ 10 ເທື່ອບໍ່ທໍ່ໄຟໄໝ້ໜຶ່ງຄັ້ງ ໄຟໄໝ້ແລ້ວກ້ຽງທຸກຢ່າງເຫຼືອແຕ່ເຄື່ອງຄາຄີງຊີວິດຍັງຕ້ອງສູ້ໃໝ່ຈາກລົບ 0 ເລື່ອງລາວນີ້ໜ້າເສົ້າກວ່ານັ້ນອີກ ເຖິງຄາວຊວຍ ໄປນອນປິ່ນປົວສຸຂະພາບຢູ່ໂຮງໝໍບໍຮູ້ໃຕ້ເໜືອຫຍັງໝົດກັບມາເຮືອນທີ່ເຄີຍຢູ່ເຫຼືອແຕ່ຂີ້ເຖົ່າຖ່ານໃຫ້ເບິ່ງຕາງໜ້າເທົ່ານັ້ນ.   7 ມີນາ 2023 ລາຍງານເບື້ອງຕົ້ນ ຜົນເສຍຫາຍ ຈາກກໍລະນີເກີດເຫດອັກຄີໄພ (ໄຟໄໝ້ເຮືອນ) ເຮືອນຂອງ ທ້າວ ໂຮມ…