ພາຍຫຼັງທີ່ ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 17 ປີ ເດີນທາງຮອດປປະເທດດັ່ງກ່າວໃນວັນທີ 30 ກັນຍາ 2022 ຕາມເວລາໃນປະເທດລາວ ແລະ ຫຼ້າສຸດວັນທີ 1, 2, 3 ແລະ 4 ຕຸລາ 2022 ກໍໄດ້ລົງຊ້ອມ ທ່າມກາງບັນຍາກາດລົມໜາວ ທີ່ສະໜາມ Sport city ແຫ່ງເມືອງ Bishkek ປະເທດ ກຽກກີດສະຖານ ກຽມພ້ອມຮັບມື 3 ນັດໜັກໆໃນ ການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ສະໜາມ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ.
ຕ້ອງຕິດຕາມເບິ່ງວ່າ ຢູ 17 ລາວ ຈະຈົບແບບໃດເມື່ອຕ້ອງພົບກັບຄູ່ແຂ່ງທີ່ແຂງແກ່ນກວ່າ, ສ່ວນສະຖິຕິໃນລາຍການນີ້ຂອງແຕ່ລະທີມເບິ່ງໄດ້ທີ່ວີດີໂອລຸ່ມນີ້
ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ ມີດັ່ງນີ້:
– ວັນທີ 5 ຕຸລາ 2022 ເວລາ 15:00 ໂມງ ອີຣານ ພົບ ລາວ
– ວັນທີ 7 ຕຸລາ 2022 ເວລາ 15:00 ໂມງ ລາວ ພົບ ຮົງກົງ
– ວັນທີ 9 ຕຸລາ 2022 ເວລາ 17:30 ໂມງ ກຽກກິດສະຖານ ພົບ ລາວ