ນາງ ຈັນນາລີ ຈັນທະປັນຍາ ໜຶ່ງດຽວໃນບັນດານັກສຶກສາພາກວິຊາບໍລິຫານທຸລະກິດທົ່ວໄປ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ທີ່ສາມາດຍາດໄດ້ປະກາສະນີຍະບັດລະດັບປະລິນຍາຕີ ກຽດນິຍົມອັນດັບ 1 (ໃບປະກາດແດງ) ແລະ ເປັນ 1 ໃນ 9 ບັນດານັກສຶກສາຄະນະດັ່ງກ່າວ ທີ່ສໍາເລັດການສຶກສາລະດັບປະລິນຍາຕີ ປະຈໍາສົກສຶກສາ 2021-2022 ໄດ້ໄດ້ມີພິທີປິດສົກສຶກສາ 2021-2022 ແລະ ເປີດສົກຮຽນໃໝ່ 2022-2023 ຢ່າງເປັນທາງການ ເມື່ອວັນທີ 30 ກັນຍາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ).
ນາງ ຈັນນາລີ ຈັນທະປັນຍາ ໄດ້ໃຫ້ສໍາພາດວ່າ: ການໄດ້ຮັບໃບປະກາດກຽດນິຍົມອັນດັບ 1 (ໃບປະກາດແດງ) ຕ້ອງເປັນຜູ້ທີ່ໄດ້ຮັບຄະແນນດີເດັ່ນຮອບດ້ານ ໂດຍສະເພາະດ້ານການຮຽນ, ດ້ານກິດຈະກໍາ ແລະ ການເຄື່ອນໄຫວວຽກງານຕ່າງໆ ຊຶ່ງເຄັດລັບການຮຽນເພື່ອໃຫ້ເປັນນັກຮຽນດີເດັ່ນສໍາລັບຕົນເອງ ແມ່ນເວລາມາຮຽນຕ້ອງນັ່ງຢູ່ແຖວທາງໜ້າ ບໍ່ຂາດໃນການມາຮຽນ ຮຽນແລ້ວຕ້ອງໄດ້ເຮັດວຽກບ້ານໃຫ້ສໍາເລັດ ກັບເມືອເຮືອນກໍຕ້ອງໄດ້ຄົ້ນຄວ້າຄືນ ຕ້ອງຢູ່ກັບບົດຮຽນໃຫ້ຫຼາຍ ແລະ ມີການແບ່ງເວລາໃນການຄົ້ນຄວ້າຮໍ່າຮຽນທີ່ຖືກຕ້ອງ ຈຶ່ງເຮັດໃຫ້ການຮຽນມີຜົນສໍາເລັດ. ນອກຈາກນີ້, ໃນປັດຈຸບັນ ເລື່ອງໄອທີ ກໍໄດ້ມີບົດບາດສໍາຄັນສໍາລັບການສຶກສາ ຖ້າໃຊ້ໃຫ້ຖືກຕ້ອງມັນຈະເກີດປະໂຫຍດຫຼາຍ ຊຶ່ງເວລາຄູອາຈານໃຫ້ວຽກບ້ານມາ ຕົນກໍໄດ້ນໍາໃຊ້ຄົ້ນຄວ້າຮໍ່າຮຽນ ແລະ ຫາຂໍ້ມູນຕ່າງໆຢ່າງມີຜົນສໍາເລັດ.
ນາງ ຈັນນາລີ ຈັນທະປັນຍາ ກ່າວໃຫ້ຮູ້ຕື່ມອີກວ່າ: ສໍາລັບແຮງບັນດານໃຈທີ່ເຮັດໃຫ້ຕົນເລືອກຮຽນສາຂາວິຊາບໍລິຫານທຸລະກິດ ເນື່ອງຈາກຕົນມີແນວຄິດຢາກເຮັດວຽກຢູ່ອົງການລັດ ຫຼື ເອກະຊົນບ່ອນທີ່ດີໆ ແລະ ຢາກມີທຸລະກິດເປັນຂອງຕົນເອງໃນອະນາຄົດ ຈຶ່ງໄດ້ຕັ້ງໃຈສຶກສາຮໍ່າຮຽນ ຈົນກາຍເປັນນັກຮຽນເກັ່ງ ແລະ ໄດ້ຮັບໃບປະກາດກຽດນິຍົມອັນດັບ 1. ນອກຈາກນີ້, ຍັງໄດ້ຮັບແຮງບັນດານໃຈຈາກອ້າຍທີ່ເປັນນັກສຶກສາທີ່ໄດ້ຮັບໃບປະກາດແບບດຽວກັນ ເວລາຈົບການສຶກສາໄປແລ້ວ ກໍໄດ້ເຮັດວຽກຢູ່ບ່ອນດີໆ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານ ຕົນຈຶ່ງຕັດສິນໃຈມາສຶກສາສາຂາວິຊານີ້ ເພື່ອຈະໄດ້ປະສົບຜົນສໍາເລັດຄືກັນກັບອ້າຍ ສິ່ງສໍາຄັນທີ່ສຸດຕົນໄດ້ຮັບການສະໜັບສະໜູນທີ່ດີຫຼາຍຈາກພໍ່ແມ່ ນັບແຕ່ນ້ອຍຈົນເຖິງປັດຈຸບັນ ພໍ່ແມ່ບໍ່ເຄີຍເຮັດໃຫ້ຕົນຂາດຕົກບົກຜ່ອງ ໂດຍສະເພາະດ້ານການຮຽນ, ການເງິນ ແລະ ຄວາມສຸກ-ຄວາມອົບອຸ່ນ. ຕໍ່ຜົນສໍາເລັດດັ່ງກ່າວ ກໍມີຫຼາຍໆບໍລິສັດໃຫ້ຄວາມສົນໃຈ ແລະ ຕິດຕໍ່ມາຫານ້ອງ ແຕ່ນ້ອງບໍ່ທັນໄດ້ຕັດສິນໃຈ ແນ່ນອນໃນອະນາຄົດນ້ອງມີຄວາມຕັ້ງໃຈຈະສືບຕໍ່ສານຝັນຕົນເອງດ້ານການສຶກສາຮໍ່າຮຽນໄປຕາມເງື່ອນໄຂທີ່ມີໃນປັດຈຸບັນ.
ຂ່າວໂດຍ: ສົງການ ພັນແພງດີ ແລະ ໜັງສືພິມສຶກສາ-ກິລາ