• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ຍອມແລ້ວ! ເທນ ຮາກ ໄຟຂຽວໃຫ້ ໂຣນັລໂດ ຍ້າຍທີມໄດ້ໃນປີໃໝ່ນີ້

ພາຍຫຼັງທີ່ ເທນ ຮາກ ຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ພາທີມບຸກໄປເສຍໃຫ້ກັບ ແມນເຊັສເຕີ ຊິຕີ້ ແບບສູ້ບໍ່ໄດ້ເລີຍ 3-6 ເມື່ອທ້າຍອາທິດ ທີ່ຜ່ານມາ ເຊິ່ງນັດດັ່ງກ່າວ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ແມນຢູ ໄດ້ພຽງແຕ່ນັ່ງຢູ່ບ່ອນນັ່ງນັກເຕະສໍາຮອງ ແລະ ບໍ່ໄດ້ຮັບໂອກາດລົງສະໜາມ ທັງທີ່ປ່ຽນຕົວສໍາຮອງເຖິງ 5 ຄົນ.

ຕໍ່ປະເດັນດັ່ງກ່າວເຖິງວ່າ ເທນຮາກ ຈະອະທິບາຍກັບສື່ຫຼັງນັດເສຍໃຫ້ກັບ ແມນຊິຕີ້ 3-6 ເມື່ອທ້າຍອາທິດວ່າ: ຕ້ອງການສະແດງຄວາມເຄົາລົບຕໍ່ ໂຣນັລໂດ ເພື່ອບໍ່ໃຫ້ອາຊີບນັກເຕະຂອງລາວ ຕ້ອງມົວໝອງ ເນື່ອງຈາກ ແມນຢູ ມີຄະແນນທີ່ຕາມຫຼັງຢູ່ຂາດລອຍແລ້ວ.

ຢ່າງໃດກໍຕາມ, ເທນ ຮາກ ຍັງບອກວ່າ: ໂຣນັລໂດ ຍັງຢູ່ໃນແຜນການສ້າງທີມຕໍ່, ແຕ່ເນື່ອງຈາກວ່າລະດູການທີ່ຜ່ານມາ ໂຣນັລໂດ ຍິງໄດ້ເຖິງ 24 ປະຕູ, ແຕ່ລະດູການນີ້ຍິງໄດ້ພຽງ 1 ປະຕູໃນ ຢູຟາ ຢູໂຣປາລີກ.

ຈົນຫຼ້າສຸດໃນວັນທີ 3 ຕຸລາ 2022 ເດລີ ເທເລກຣາຟ ລາຍງານວ່າ: ເທນ ຮາກ ຕັດສິນໃຈເປີດທາງສະດວກໃຫ້ກັບ ໂຣນັລໂດ ສາມາດຍ້າຍທີມໄດ້ຕາມທີ່ຫວັງແນ່ນອນໃນໄລຍະເປີດຕະຫຼອດຊື້-ຂາຍນັກເຕະເດືອນມັງກອນ 2022 ຖ້າຫາກວ່າ ແມນຢູ ໄດ້ຮັບຂໍ້ສະເໜີທີ່ດີພໍ.

Leave a Reply

Your email address will not be published. Required fields are marked *