• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ຢູ 17 ລາວ ໄດ້ໃສ່ເສື້ອສີແດງນັດປະທະກັບ ອີຣານ, ມີຖ່າຍທອດສົດສົ່ງຕົງຈາກ ກຽກກິດສະຖານ

ຕອນເຊົ້າຂອງວັນທີ 4 ຕຸລາ 2022 ທີ່ຫ້ອງປະຊຸມໂຮງແຮມພຣາຊາ (Plaza hotel) ທີ່ປະເທດກຽກກິດສະຖານ ໄດ້ມີພິທີຈັດກອງປະຊຸມເຕັກນິກກ່ອນການແຂ່ງຂັນບານເຕະລາຍການ AFC U17 Asian Cup 2023 Qualifiers ( group I ) ກ່ອນນັດລົງສະໜາມລະຫວ່າງ ທີມຊາດອີຣານ ພົບກັບ ທີມຊາດລາວ.

ພິທີດັ່ງກ່າວາໄດ້ມີການເຊັກສີເສື້ອປາກົດວ່າ: ທີິມຊາດລາວ ໄດ້ໃສ່ເສື້ອສີແດງ, ສ່ວນ ອີຣານ ໄດ້ໃສ່ເສຶ້ອສີຂາວ.

ສໍາລັບ ຕາຕະລາງແຂ່ງຂັນນັດທໍາອິດ ທີມຊາດອີຣານ ຈະພົບກັບ ທີມຊາດລາວ ໃນເວລາ 15:00 ໂມງຂອງວັນທີ 5 ຕຸລາ 2022 ຕາມເວລາໃນທ້ອງຖິ່ນ ( ຊ້າກ່ອນປະເທດລາວ 1 ຊົ່ວໂມງ ) ທີ່ສະໜາມ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ.

ສ່ວນລີ້ງຖ່າຍທອດສົດ: https://www.youtube.com/watch?v=rT2d3U68D4A

Leave a Reply

Your email address will not be published. Required fields are marked *