ບໍລິສັດທາງລົດໄຟລາວຈີນ ໄດ້ອອກແຈ້ງການໃນວັນທີ4 ຕຸລາ 2022ວ່າ: ນັບຕັ້ງແຕ່ວັນທີ 1 ຕຸລາ 2022 ເປັນຕົ້ນມາ ໄດ້ມີປັບປຸງປີ້ຂໍ້ມູນທີ່ສະແດງຢູ່ເທິງປິ້ລົດໄຟ ໃຫ້ມີຄວາມເໝາະສົມຫຼາຍຂື້ນ, ເຊິ່ງຈະເຮັດໃຫ້ການເບິ່ງຂໍ້ມູນຢູ່ເທິງປີ້ລົດໄຟເຊັ່ນ ການເຊັກເບິ່ງບ່ອນນັ່ງ, ປະເພດບ່ອນນັ່ງ, ຕູ້ລົດໄຟ, ຂະບວນລົດໄຟ, ວັນທີ, ເວລາ ແລະຂໍ້ມູນອື່ນໆທີ່ລະບຸຢູ່ເທິງປີ້ລົດໄຟໄດ້ສະດວກ ແລະ ງ່າຍຂຶ້ນ, ລາຍລະອຽດຄືດັ່ງລຸ່ມນີ້:
1. ຍ້າຍໂລໂກ້ LCR ໄປຢູ່ຈຸດທາງກາງດ້ານເທິງຂອງປີ້;
2. ບ່ອນສະແດງຊັ້ນນັ່ງ, ປະເພດບ່ອນນັ່ງປັບໃຫ້ມີພາສາລາວ ອະທິບາຍເພີ່ມເຕີມເພື່ອໃຫ້ເບິ່ງງ່າຍ ແລະ ເຂົ້າໃຈຫຼາຍຂຶ້ນ, ສຳລັບຊັ້ນຕຽງນອນນຸ່ມຂອງລົດໄຟທຳມະດາ ຈະມີໝາຍເລກຫ້ອງ ພ້ອມທັງລະບຸຕຽງຊັ້ນເທິງ ຫຼື ລຸ່ມ.
3. ປັບຂະຫນາດ QR Code ໃຫ້ນ້ອຍລົງ;
4. ປັບຂະຫນາດໜັງສືລະບຸຖ້ຽວລົດໄຟ, ວັນທີ, ເວລາ, ຊັ້ນນັ່ງ, ບ່ອນນັ່ງ ແລະ ຕົວໜັງສືສະແດງຂໍ້ມູນຢູ່ເທິງປີ້ໃຫ້ໃຫຍ່ຂຶ້ນ, ເພື່ອໃຫ້ສາມາດເບິ່ງຂໍ້ມູນໄດ້ສະດວກສະບາຍຂຶ້ນ;
5. ໝາຍເລກບ່ອນນັ່ງ, ປະເພດບ່ອນນັ່ງ ຂອງຕູ້ລົດໄຟ ແມ່ນລະບຸກົງກັນກັບເຄື່ອງຫມາຍລົດໄຟຂະບວນນັ້ນ.
ໝາຍເຫດ: ປີ້ລົດໄຟແບບເກົ່າ ກໍຍັງສາມາດໃຊ້ໄດ້ຈົນຮອດວັນທີ 7 ຕຸລານີ້.
ຕົວຢ່າງປີ້ລົດໄຟຮູບໂສມໃຫມ່: