• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ມາແລ້ວ! ໄຊຊະນະນັດທຳອິດຂອງ ເລັສເຕີ ໃນພຣີເມ່ຍລີກ ລະດູການນີ້ ຖະຫລົ່ມ ນັອດຕິ້ງແຮມ ຟໍເຣັສ 4-0

ຈິງຈອກ ສະຫຍາມ ເລັສເຕີ ຊິຕີ້ ປົດລັອກ ຄວ້າໄຊຊະນະນັດທຳອິດໃນ ພຣີເມ່ຍລີກ ລະດູການນີ້ ໄດ້ສຳເລັດ ພາຍຫລັງຄືນວັນທີ 3 ຕຸລາຜ່ານມາ ເປີດບ້ານຖະຫລົ່ມ ນັອດຕິ້ງແຮມ ຟໍເຣັສ ນ້ອງໃໝ່ 4-0 ຈາກ: ເຈມສ໌ ແມັດດີສັນ ສອງປະຕູ, ຮາວວີ້ ບຣານ ແລະ ແພັດຊັ່ນ ດາກ້າ ຜູ້ລະປະຕູ.

ເລັສເຕີ ຄະແນນ 4 ຈາກ 8 ນັດ ຍັງຈົ່ມຢູ່ທ້າຍຕາຕະລາງ ອັນດັບທີ 19 ຂະນະທີ່ ນັອດຕິ້ງແຮມ ຟໍເຣັສ ປະລາໄຊໃນ 5 ນັດຫລັງສຸດ ມີ 4 ຄະແນນຈາກ 8 ນັດ ຢູ່ອັນດັບສຸດທ້າຍ, ນັດຕໍ່ໄປ ເລັສເຕີ ຈະໄປຢາມ ບຣອນມັດ ວັນທີ 8 ຕຸລາ, ສ່ວນ ນັອດຕິ້ງແຮມ ຟໍເຣັສ ຈະເປີດບ້ານຕ້ອນຮັບ ແອັສຕັນ ວິນລ້າ ວັນທີ 10 ຕຸລານີ້.

Photo: Leicester City Football Club

Leave a Reply

Your email address will not be published. Required fields are marked *