ໃນວັນທີ 3 ຕຸລາ 2022 ທີມຊາດລາວ U17 ຕັ້ງໃຈຝຶກຊ້ອມຢ່າງໜັກ ກຽມພ້ອມຮອບດ້ານສໍາລັບການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ປະເທດກຽກກີດສະຖານ.
ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ນີ້ ຊຶ່ງນັດທໍາອິດ ທີມຊາດອີຣານ ພົບ ທີມຊາດລາວ ໃນວັນທີ 5 ຕຸລາ 2022 ເວລາ 16:00 ທີ່ສະໜາມ Dolon Omurzakov Stadium, Bishkek.
ທີມຊາດລາວ U17 ນໍາໂດຍທ່ານ ຄຳແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຫົວໜ້າຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາທັງໝົດ 36 ຄົນ ໄດ້ອອກເດີນທາງຈາກ ສະໜາມບິນສາກົນວັດໄຕນະຄອນ ຫຼວງວຽງຈັນເມື່ອຕອນບ່າຍຂອງວັນທີ 29 ກັນຍາ 2022 ມຸ່ງໜ້າສູ່ ປະເທດ ກຽກກີດສະຖານ, ໂດຍຜ່ານສະໜາມບິນສຸວັນນະພູມ ບາງກອກ ປະເທດໄທ, ສະໜາມບິນດູໄບແລະເດີນທາງຮອດ ສະໜາມບິນສາກົນມານັດ( Manas international airport) ແຫ່ງປະເທດກຽກກີດສະຖານເປັນທີ່ຮຽບຮ້ອຍແລ້ວດວ້ຍສະຫວັດດີພາບ.
ທີ່ປະເທດ ກຽກກີດສະຖານ,ທີມຊາດລາວ U17ຈະໄດ້ເຂົ້າຮ່ວມການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ນີ້ ເຊິ່ງ ທິມຊາດລາວ U17 ຢູ່ກຸ່ມ I ຊື່ງປະກອບມີ: ISLAMIC REPUBLIC OF ILAN, HONG KONG, KYRGYZ REPUBLIC, LAOS.
ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
– ວັນທີ 5 ຕຸລາ 2022 ອີຣານ ພົບ ລາວ
– ວັນທີ 7 ຕຸລາ 2022 ລາວ ພົບ ຮົງກົງ
– ວັນທີ 9 ຕຸລາ 2022 ກຽກກີດສະຖານ ພົບ ລາວ
.
ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ