• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

Coming soon! ລົດແກ້ວ ນັກແລ່ນຍິງມື 1 ຂອງລາວ ປ່ຽນບົດບາດໄປຮຽນກໍາມະການຕັດສິນຍິງ

ວັນທີ 03 ຕຸລາ 2022 ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ມີການຈັດຝຶກອົບຮົມຍົກລະດັບກຳມະການຕັດສິນຍິງ ເພື່ອກະກຽມຮັບໃຊ້ການແຂ່ງຂັນກິລາບານເຕະຍິງແຫ່ງຊາດ ປະຈໍາປີ 2022 ແລະ ງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ, ໂດຍການເຂົ້າຮ່ວມໃນພິທີມີທ່ານ ນາງ ພູໄຊ ແພງພົງ ຄະນະບໍລິຫານ ສຕລ ທັງເປັນຫົວຫນ້າອະນຸກຳມະການບານເຕະຍິງຂອງສຕລ, ທ່ານ ສົມສະນຸກ ລຽນສະຫວັນ ຮອງເລຂາທິການ ສຕລ, ທ່ານ ໄຊປະເສີດ ພົງຊະນິດ ຫົວຫນ້າພະແນກກຳມະການຕັດສິນຂອງສຕລ, ທ່ານ ທອງປະເສີດ ພອນສິຣິຍະວົງ ຫົວຫນ້າຫ້ອງການນິຕິກຳ ຂອງສຕລ ພ້ອມດ້ວຍຜູ້ປະເມີນກຳມະການຕັດສິນ ແລະ ນັກສໍາມະນາກອນກຳມະການຕັດສິນ ເຂົ້າຮ່ວມທັງຫມົດ 29 ຄົນ ທີ່ມາຈາກຕ່າງແຂວງ ແລະ ນະຄອນຫລວງວຽງຈັນຄື: ແຂວງບໍ່ແກ້ວ, ຫົວພັນ,ຜົ້ງສາລີ,ໄຊຍະບູລີ,ຄຳມ່ວນ,ສະຫວັນນະເຂດ,ເຊກອງ ແລະຈຳປາສັກ.

ພິເສດໃນ 29 ຄົນດັ່ງກ່າວທີ່ເຂົ້າຮ່ວມມີ ນາງ ລົດແກ້ວ ອິນທະກຸມມານ ນັກແລ່ນຍິງມື 1 ຂອງປະເທດ ເຂົ້າຮ່ວມອີກດ້ວຍ ໂດຍແອັດໄດ້ຖາມເຖິງຈຸດປະສົງເຂົ້າຮ່ວມຄັ້ງນີ້ ລົດແກ້ວ ບອກວ່າ: “ ມາຮຽນຮູ້ປະສົບການໃໝ່ ”
ສຳລັບຈຸດປະສົງໃນການຝຶກອົບຮົມແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດກໍາມະການຕັດສິນຍິງທົ່ວປະເທດ ໃນການປະຕິບັດຫນ້າທີ່ນຳເອົາບົດຮຽນຝຶກອົບຮົມດັ່ງກ່າວໄປເຜີຍແຜ່ ແລະ ສິດສອນກໍາມະການຕັດສິນໃນທ້ອງຖິ່ນທີ່ຕົນເອງຮັບຜິດຊອບ, ເພື່ອຄັດເລືອກເອົາກຳມະການຕັດສິນທີ່ຜ່ານມາດຖານເຂົ້າຮ່ວມ ການແຂ່ງຂັນກິລາບານເຕະຍິງແຫ່ງຊາດ ປະຈຳປີ 2022 ແລະ ງານມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ເບິ່ງຜົນງານຈາກກິລາແລ່ນລານຂອງລົດແກ້ວ ໄດ້ທີ່ຄລິບລຸ່ມນີ້

ໃນການຝຶກອົບຄັ້ງນີ້ ນັກສຳມະນາກອນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ທົດສອບພະລະກຳລັງ ພ້ອມດຽວນັ້ນຈະໄດ້ຮຽນຮູ້ກະຕິກາ ກິລາບານເຕະທີ່ມີການປັບປຸງໃຫມ່ ປະຈຳປີ 2022 / 2023, ຮຽນຮູ້ທັກສະ ແລະ ຍຸດທະວິທີໃນການປະຕິບັດຫນ້າທີ່ ຈັດການບໍລິຫານເກມການແຂ່ງຂັນ.

ການຝຶກອົບຮົມດັ່ງກ່າວແມ່ນຈະໄດ້ໃຊ້ເວລາ 5 ມື້ ເລີ້ມຕັ້ງແຕ່ວັນທີ 03-07 ຕຸລາ 2022, ສຳລັບນັກສຳມະກອນທີ່ສອບເສັງຜ່ານ ແມ່ນໄດ້ເຂົ້າຮ່ວມຕັດສິນ ການແຂ່ງຂັນກິລາບານເຕະຍິງແຫ່ງຊາດ ປະຈຳປີ 2022 ທີ່ຈະເລີ້ມແຂ່ງຂັນໃນວັນທີ 09 – 21/10/2022.

– ກຸ່ມ ກ: ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ.
– ກຸ່ມ ຂ: ແຂວງສະຫວັນນະເຂດ, ແຂວງບໍລິຄຳໄຊ ແລະ ແຂວງຊຽງຂວາງ.
ໂດຍທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ເດີ່ນໃນ ແລະ ເດີ່ນນອກ.

Leave a Reply

Your email address will not be published. Required fields are marked *