• Sat. May 27th, 2023

Lao Sport Update

ຮອບດ້ານວົງການກິລາ

ເບັນເຊມ້າ ຍິງຈຸດໂທດບໍ່ເຂົ້າ ຄັ້ງທີ 5 ຈາກ 7 ຄັ້ງຫລັງສຸດ! ຣຽວ ມາດຣິດ ຖືກຢຸດສະຖິຕິຊະນະລວດລະດູການນີ້ ໄວ້ທີ່ 9 ນັດ!!

ຄາຣິມ ເບັນເຊມ້າ ສູນໜ້າຊາວຝຣັ່ງ ໄວ 34 ປີ ຍິງຈຸດໂທດບໍ່ເຂົ້າ ຄັ້ງທີ 5 ຈາກ 7 ຄັ້ງຫລັງສຸດ ໂດຍນັດຫລ້າສຸດ ເກມລາລີກ້າ ນັດທີ 7 ໃນຄືນວັນທີ 2 ຕຸລາຜ່ານມາ, ທີ່ທັບ ຣາຊາຊຸດຂາວ ຣຽວ ມາດຣິດ ແຊ້ມເກົ່າ ເປີດສະເໝີກັບ ໂອຊາຊູນ້າ 1-1, ນັດນີ້ ເຈົ້າບ້ານຄອງເກມໄລ່ຕ້ອນທີມຢາມ ຈົນມາປະສົບຜົນສຳເລັດໄດ້ປະຕູຂຶ້ນນຳທ້າຍເຄິ່ງເວລາທີໜຶ່ງຈາກ ວີນີຊີອຸສ ຈູເນ່ຍ ນາທີ 42′ ແຕ່ມາຕົ້ນເຄິ່ງຫລັງທີມຢາມ ໄດ້ປະຕູຕີສະເໝີໄວຈາກ ກີເກ້ ກາເຊຍ ນາທີ 50′.

ຈາກນັ້ນນາທີ 78′ ທີມຢາມເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ດາບິດ ກາເຊຍ ກອງຫລັງ ໂອຊາຊູນ້າ ເຈດຕະນາໃຊ້ມືຍູ້ ຄາຣິມ ເບັນເຊມ້າ ໃນເຂດໂທດ ຜູ້ຕັດສິນເບິ່ງ VAR ແລະ ໃຫ້ບັດແດງໂດຍກົງແກ່ ດາບິດ ກາເຊຍ ພ້ອມໃຫ້ຈຸດໂທດແກ່ ຣຽວ ມາດຣິດ ແຕ່ ເບັນເຊມ້າ ຍິງດາດຄານອອກໄປ ພາດໂອກາດຂຶ້ນນຳອີກຄັ້ງ ເວລາທີ່ເຫລືອເຖິງວ່າ ມາດຣິດ ບຸກໜັກ ແຕ່ເຈາະປະຕູເພີ່ມບໍ່ໄດ້ ຈົບເກມສະເໝີກັນ 1-1.

ສຳລັບ 5 ຈາກ 7 ຄັ້ງຫລັງສຸດທີ່ ເບັນເຊມ້າ ຍິງຈຸດໂທດບໍ່ເຂົ້າ ລວມທັງລະດູການຜ່ານມາ ແມ່ນນັດພົບກັບ ເຊວຕ້າ ບີໂກ້ 2 ນັດ, ພົບ ໂອຊາຊູນ້າ 3 ນັດ.

ໂອຊາຊູນ້າ ບຸກສະເໝີ ມາດຣິດ 2 ລະດູການຕິດຕໍ່ກັນ, ມາດຣິດ ເສຍຕຳແໜ່ງທີມນຳໃຫ້ ບາຣຊ້າ ຕົກມາຢູ່ທີ 2 ມີ 19 ຄະແນນຈາກ 7 ນັດເທົ່າກັບ ບາຣຊ້າ ແຕ່ບາຣຊ້າ ມີປະຕູໄດ້ເສຍດີກວ່າ 7 ໜ່ວຍ, ຂະນະທີ່ ໂອຊາຊູນ້າ ມີ 13 ຄະແນນຈາກ 7 ນັດ ຢູ່ອັນດັບທີ 6.

Photo: Real Madrid C.F.

Leave a Reply

Your email address will not be published. Required fields are marked *