• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ຍິນດີນຳ 3 ຊາດຈາກອາຊຽນ: ໄທ, ຫວຽດນາມ ແລະ ອິນໂດເນເຊຍ ສາມາດເຂົ້າຮອບ 8 ທີມສຸດທ້າຍ ຟຸດຊໍລຊາຍ ຊິງແຊ້ມອາຊີ 2022

ການແຂ່ງຂັນຟຸດຊໍລຊາຍ ຊິງແຊ້ມອາຊີ 2022 ທີ່ປະເທດຄູເວດ ເປັນເຈົ້າພາບ ໃນລະຫວ່າງວັນທີ ກັນຍາ ຕຸລານີ້, 3 ຊາດຈາກອາຊຽນຄື: ໄທ, ຫວຽດນາມ ແລະ ອິນໂດເນເຊຍ ສາມາດທະລຸໄປເຖິງ ຮອບ 8 ທີມສຸດທ້າຍເປັນຄັ້ງທຳອິດ, ທີມຊາດໄທ ແຊ້ມອາຊຽນ ອັນດັບ 3 ຂອງອາຊີ ໄດ້ອັນດັບທີ 1 ຂອງ ກຸ່ມ A ມີ ຄະແນນຈາກ ນັດ: ຊະນະ ອີຣັກ 3-2, ສະເໝີ ຄູເວດ ເຈົ້າພາບ 2-2 ແລະ ຊະນະ 6-1 ເຂົ້າຮອບ 8 ທີມ ເປັນຄັ້ງທີ 13 ແລະ ເປັນຄັ້ງທີ 8 ຕິດຕໍ່ກັນ.

ຂະນະທີ່ ຫວຽດນາມ ອັນດັບ 7 ຂອງອາຊີ ເຂົ້າຮອບ 8 ທີມ ໃນຖານະອັນດັບ 2 ຂອງກຸ່ມ D ຊະນະ ສາທາລະນະລັດເກົາຫລີ (ເກົາຫລີໃຕ້) 5-1, ຊະນະ ຊາອຸດິ ອາຣາເບຍ 3-1, ເສຍໃຫ້ ຍີ່ປຸ່ນ 0-2 ເຂົ້າຮອບ 8 ທີມ ເປັນຄັ້ງທີ 4 ຕິດຕໍ່ກັນ.

ສ່ວນ ອິນໂດເນເຊຍ ອັນດັບ 6 ຂອງອາຊີ ເຂົ້າຮອບ 8 ທີມ ເປັນອັນດັບ 2 ຂອງກຸ່ມ C ເສຍໃຫ້ ອີຣານ ແຊ້ມເກົ່າ 0-5, ຊະນະ ເລບານອນ (ລີບັງ) 7-2, ຊະນະ ໄຕ້ຫວັນ 4-1 ເຂົ້າຮອບ 8 ທີມເປັນຄັ້ງທຳອິດ.

ຮອບ 8 ທີມສຸດທ້າຍ ອີຣານ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 12 ສະໄໝ ຈະພົບກັບ ຫວຽດນາມ, ຍີ່ປຸ່ນ ແຊ້ມ 3 ສະໄໝ ທັງຮອງແຊ້ມຄັ້ງຜ່ານມາ ຈະພົບກັບ ອິນໂດເນເຊຍ, ໄທ ພົບ ຈາຈີກິສຖານ ແລະ ອຸສເບກິສຖານ ພົບກັບ ເຈົ້າພາບ ຄູເວດ ຈະແຂ່ງຂັນວັນທີ 4 ຕຸລານີ້.

Photo: AFC

Leave a Reply

Your email address will not be published. Required fields are marked *