ຄູ່ບິກແມັດແຫ່ງເມືອງເຊັສເຕີ ປະເທດອັງກິດລະຫວ່າງ ແມນເຊັສເຕີ ຊິິຕີ້ ເປີດບ້ານຮັບການມາຢາມຂອງ ແມນເຊັສເຕີ ຢູໄນເຕັດ ຈົບລົງດ້ວຍຜົນທີ່ໜ້າຜິດຫວັງສໍາລັບ ແຟນບານຂອງ ແມນເຊັສເຕີ ຢູໄນເຕັດ ເມື່ອຖືຶກ ແມນຊິຕີ້ ຍິງຢູ່ຝ່າຍດຽວ ກ່ອນຈົບເກມຖະຫຼົ່ມ ແມນຢູ 6-3 ໃນການແຂ່ງຂັນພຣີເມຍລີກ ອັງກິດ ປະຈໍາວັນທີ 2 ຕຸລາ 2022.
ນັດດັ່ງກ່າວ ເຄິ່ງເວລາທໍາອິດ ແມນຊິຕີ້ ນໍາຫ່າງ 4-0 ຈາກການຍິງຂອງ ຟິລ ໂຟເດັນ 2 ປະຕູ ແລະ ເອລິງ ຮາແລນ 2 ປະຕູ, ສ່ວນເຄິ່ງເວລາທີ 2 ນາທີໆ 58 ແມນຢູ ໄລ່ມາເປັນ 1-4 ຈາກການຍິງຂອງ ແອນໂທນີ ແຕ່ຈາກນັ້ນບໍ່ດົນ ຮາແລນ ມາຍິງແຮັດທຣິກພາທີມໜີຫ່າງເປັນ 5-1 ແລະ ໂຟເດັນ ກໍມາເຮັດແຮັດທຣິກໃຫ້ກັບຕົວເອງອີກຄັ້ງພາ ແມນຊິຕີ້ ໜີຫ່າງ 6-1. ທ້າຍເກມ ແມນຢູ ໄລ່ມາເປັນ 3-6 ຈາການຍິງ 2 ປະຕູລວດຂອງ ແອນໂທນີ ມາຊິຢັລ ກ່ອນຈົບເກມ ແມນຊິຕີ້ ຊະນະ 6-3.
ຈາກຜົນນັດນີ້ເຮັດໃຫ້ ແມນເຊັສເຕີ ຊິຕີ້ ເກັບເພີ່ມເປັນ 20 ຄະແນນຢຶດທີ 2 ຂອງຕາຕະລາງຄະແນນລວມ ໂດຍຕາມຫຼັງ ທີມນໍາຢ່າງ ອາເຊນອລ ພຽງ 1 ຄະແນນ, ສ່ວນ ແມນເຊັສເຕີ ຢູໄນເຕັດ ຍັງມີ 12 ຄະແນນຢູ່ອັນດັບທີ 6 ຂອງຕາຕະລາງຄະແນນລວມ.