• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ໄປເພື່ອ! ຊາວເນັດຖະຫຼົ່ມ ປ໊ອກບາ ຂີ່ຍົນກັບອັງກິດ ເພື່ອໄປຕັດຜົມ

ປອລ ປ໊ອກບາ ກອງກາງຕົວເກັ່ງຂອງ ຢູເວນຕຸສ ລົງທຶນເດີນທາງຈາກອິຕາລີ ໄປອັງກິດ ອີກຄັ້ງ ໃນໄລຍະພັກຮັກສາອາການບາດເຈັບເຂົ່າ, ແຕ່ການເດີນທາງຄັ້ງນີ້ບໍ່ກ່ຽວກັບກິດຈະກໍາບານເຕະ ແຕ່ເດີນທາງໄປເພື່ອໄປຕັດຜົມກັບ ເອ-ສະຕາ ຊ່າງທີ່ຮູ້ໃຈເທົ່ານັ້ນເອງ.

ໂດຍຊົງຜົມໃໝ່ຂອງ ປ໊ອກບາ ເປັນຊົງສະກິນເຮດ ແຕ່ໄຮໄລທ໌ຄືການທໍາຮອຍບາກຕັ້ງແຕ່ກາງຫົວດ້ານຊ້າຍໄລ່ລົງມາຜ່ານຄິວໄປຈົນໜວດ ແລະ ເຄົາ.

ກົງກັນຂ້າມຈາກໂພສທີ່ ປ໊ອກບາ ໂພສລົງອິນສະຕຣາແກຣມສ່ວນຕົວກໍຖືກແຟນບານວິຈານຢ່າງໜັກ ເພາະລາວເຈັບຕັ້ງແຕ່ຕົ້ນລະດູການການບໍ່ໄດ້ລົງຫຼິ້ນໃຫ້ກັບ ຢູເວນຕຸສ ແມ່ນແຕ່ນັດດຽວ ຍັງເດີນທາງໄປອັງກິດ ເພື່ອພຽງຕັດຜົມເທົ່າ.

Leave a Reply

Your email address will not be published. Required fields are marked *