ເກີດເຫດເສົ້າສະລົດຄັ້ງໃຫຍ່ໃນວົງການບານເຕະລີກຂອງປະເທດ ອິນໂດເນເຊຍ ເມື່ອແຟນບານທີມເຈົ້າບ່ານຂອງ ອາເຣມາ ເອັຟຊີ ກໍເຫດຕີກອງເຊຍຝ່າຍກົງກັນຂ້າມກໍຄືແຟນບານຂອງ ທີມເປີເຊບາຢາ ສຸຣາບາຢາ ຫຼັງນັດທີ່ທີມເສຍຄາບ້ານດ່ວຍຄະແນນ 2-3 ເມື່ອວັນທີ 1 ຕຸລາ 2022 ຈົນເຮັດໃຫ້ມີຜູ້ເສຍຊີວິດ 100 ກວ່າຄົນ ໃນນັ້ນມີເດັກນ້ອຍລວມຢູ່ (ຄລິບລຸຸ່ມນີ້)
ຈາກກໍລະນີດັ່ງກ່າວ ທ່ານ ອັກໝັດ ຮາດ້ຽນ ລູກິຕ່າ ປະທານລີກບານເຕະຂອງ ອິນໂດເນເຊຍ ( LIB ) ອອກມາຖະແຫຼງການວ່າ: “ ພວກເຮົາຕົກໃຈ ແລະ ເສຍໃຈຢ່າງສຸຸດຊື້ງເຖິງເຫດການທີ່ເກີດຂຶ້ນ, ພວກເຮົາຂໍສະແດງຄວາມເສຍໃຈ ແລະ ຫວັງວ່າມັນຈະເປັນບົດຮຽນລາຄາແພງສໍາລັບພວກເຮົາ ”.
ຂະນະດຽວກັນ ສະມາຄົມບານເຕະ ອິນໂດເນເຊຍ ຍັງປະກາດວ່າ: ອາເຣມາ ເອັຟຊີ ຈະບໍ່ມີສິດຫຼິ້ນໃນສະໜາມບ້ານຕົວເອງອີກຕໍ່ໄປໃນລະດູການນີ້ ຫຼັງແຟນບານກໍ່ເຫດຮຸນແຮງຈົນເຖິງຂັ້ນມີຜູ້ເສຍຊີວິດ.