• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ອັບເດດຄວາມຄືບໜ້າໂຄງການຕະຫຼາດວັດທະນະທຳນາໆຊາດ ຫຼື ຕະຫຼາດນ້ຳ ຄືບໜ້າໄປຫຼາຍກວ່າ 50%

ເຂດເສດຖະກິດພິເສດສາມຄຳ ລາຍງານວ່າ: ໂຄງການຕະຫຼາດວັດທະນະທຳນາໆຊາດເປັນໜຶ່ງໃນໂຄງການທີ່ມີຄວາມໝາຍຄວາມສຳຄັນຕໍ່ກັບການພັດທະນາຕົວເມືອງໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ກໍຄື ສປປ ລາວເຮົາ ເພາະໂຄງການນີ້ຈະກາຍເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ອີກແຫ່ງ ນອກເໜືອຈາກທີ່ເຄີຍເປີດໃຫ້ນັກທ່ອງທ່ຽວໄດ້ເຂົ້າມາສຳພັດແລ້ວ.


ໂຄງການດັ່ງກ່າວໃຊ້ງົບປະມານໃນການລົງທຶນ 100 ກວ່າລ້ານໂດລາສະຫະລັດ ໃນເນື້ອທີ່ 7 ເຮັກຕາ ແລະ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ2021 ເປັນຕົ້ນມາ ແລະ ຄາດວ່າຈະສຳເລັດພາຍໃນປີ 2022ນີ້.

ພາຍໃນຈະມີໂຮງແຮມ, ຕະຫຼາດນ້ຳ, ຮ້ານກາເຟ, ຮ້ານອາຫານ, ສະຖານບັນເທີງ ແລະ ອື່ນໆ ໃນຮູບແບບອະນຸລັກປະເພນີ ປະສົມປະສານກັບຄວາມທັນສະໄໝ ເຊິ່ງຈະກາຍເປັນສູນກາງ ຫຼື ແລນມາກໃໝ່ທີ່ຈະດຶງດູດກຸ່ມເປົ້າໝາຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈາກທົ່ວທຸກມູມໂລກເຂົ້າມາທ່ຽວຊົມທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳແຫ່ງນີ້.

.

.

Leave a Reply

Your email address will not be published. Required fields are marked *