• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ຮອງເຈົ້າແຂວງຈຳປາສັກ ລົງຊຸກຍູ້ ການພັດທະນາໂຄງການ ອຸທິຍານ ແຫຼ່ງທ່ອງທ່ຽວ ນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໃຫ້ມີໃບໜ້າໃໝ່

ວັນທີ 30 ກັນຍາ 2022, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ຜູ້ຊີ້ນຳວຽກງານເສດຖະກິດ ໄດ້ລົງຕິດຕາມ ຊຸກຍູ້ວຽກງານ ຢູ່ເຂດເສດຖະກິດໃໝ່ ສີທັນດອນ ເມືອງໂຂງ. ໂດຍສະເພາະ ຊຸກຍູ້ ການສືບຕໍ່ ພັດທະນາໂຄງການ ອຸທິຍານ ແຫຼ່ງທ່ອງທ່ຽວ ນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດສົມພະມິດ ໃຫ້ມີໃບໜ້າໃໝ່. ໂດຍມີ ທ່ານ ນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ, ທ່ານ ລີຊຽງ (LI XIANG) ປະທານ ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ, ມີ ຄະນະຄຸ້ມຄອງເຂດເສດຖະກິດພິເສດ, ພະແນກການທີ່ກ່ຽວຂ້ອງ ຂອງ ແຂວງຈໍາປາສັກ ເຂົ້າຮ່ວມ.


ໃນການລົງຕິດຕາມຄັ້ງນີ້, ກໍໄດ້ມີກອງປະຊຸມ ປຶກສາຫາລື ຮ່ວມກັນ ລະຫວ່າງ ອົງການປົກຄອງແຂວງ ແລະ ເມືອງໂຂງ ກໍຄື ພາກລັກ ກັບ ບໍລິສັດ ດັ່ງກ່າວ ແລະໄດ້ຮັບຟັງການລາຍງານຈາກ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ກ່ຽວກັບ ຜົນການລົງສຳຫຼວດ ແລະ ເກັບກຳຂໍ້ມູນທາງດ້ານສິ່ງແວດລ້ອມ ແລະ ສັງຄົມໃນເນື້ອທີ່ດິນ 1.000 ເຮັກຕາ.

ສໍາລັບວຽກການຊົດເຊີຍໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ (ໃຫ້ຜູ້ສຳປະທານ ຜູ້ເກົ່າ) ໃນມູນຄ່າ 18 ຕື້ກວ່າກີບ ແລະ ການຈັດຕັ້ງປະຕິບັດໂຄງການພັດທະນາເສດຖະກິດໃໝ່ສີທັນດອນ ຊຶ່ງປະກອບມີບັນດາໜ້າວຽກຈຸດສຸມ ຕ່າງໆ ແຜນການພັດທະນາ 4 ໄລຍະໃນຕໍ່ໜ້າ ໂດຍສະເພາະ ໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ ແນວທາງການ ປັບປຸງປົວແປງ ສິ່ງອຳນວຍຄວາມສະດວກ ໃນ ເຂດວັດທະນະທຳ, ເຂດຊົມວິວທາງທຳມະຊາດ ແລະ ພື້ນທີ່ສີຟ້າ ໃນຈຳນວນ 51ເຮັກຕາ, ເພື່ອກຽມພ້ອມສຳລັບຕ້ອນຮັບນັກທ່ອງທ່ຽວ ໃນມື້ໜຶ່ງ ໃຫ້ຮອງຮັບໄດ້ຫລາຍກວ່າ 5 ພັນຄົນ ແລະ ວາງແຜນການກໍ່ສ້າງ ສ້ອມແປງ ໄລຍະທຳອິດ ຄາດວ່າຈະໃຊ້ຕົ້ນທຶນການສ້ອມແປງ ປະມານ 500.000 ໂດລາສະຫະລັດ.

ຈາກນັ້ນ, ທ່ານຮອງເຈົ້າແຂວງ ແລະຄະນະ ກໍໄດ້ລົງສຳຫຼວດພາກສະໜາມ ໃນບັນດາ ກິດຈະກຳຕ່າງໆ ທີ່ກ່າວມານັ້ນ, ແລະ ກະກຽມ ເບິ່ງຈຸດທີ່ຈະວາງສີລາລຶກໃນ 2 ໂຄງການ ກໍຄື ໂຄງການໂຮງແຮມແຄນຄູ່ ເຊິ່ງເປັນສິ່ງກໍ່ສ້າງທີ່ສຳຄັນ ມີຄວາມສູງ 238.98 ແມັດ ແລະ ໂຄງການສາງຄ່ຽນຖ່າຍສິນຄ້າ ທີ່ ເຂດພັດທະນາເສດຖະກິດໃໝ່ສີທັນດອນ ໄດ້ເປີດຕົວ 2 ໂຄງການໃໝ່ຢ່າງເປັນທາງການ ເມື່ອບໍ່ດົນ ຜ່ານມານີ້.

.

Leave a Reply

Your email address will not be published. Required fields are marked *