• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ພຣີເມ່ຍລີກ ອັງກິດ ມີນັກກິລາເຈັບຫລາຍສຸດ ໃນ 5 ລີກຊັ້ນນຳຂອງເອີຣົບ ໃນລະດູການຜ່ານມາ ລວມ 1,231 ຄົນ

Howden ບໍລິສັດປະກັນໄພຊື່ດັງ ເປີດເຜີຍຜົນການສຳຫລວດໃຫ້ຊາບວ່າ: ໃນລະດູການຜ່ານມາ ການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ກາຍເປັນລີກທີ່ມີນັກກິລາເຈັບຫລາຍສຸດ ໃນ 5 ລີກຊັ້ນນຳຂອງເອີຣົບ (ອັງກິດ, ແອັສປາຍ, ອີຕາລີ, ເຢຍລະມັນ ແລະ ຝຣັ່ງ) ລວມ 1,231 ຄົນ, ໃນນີ້ ເຊວຊີ ຫລາຍກວ່າໝູ່ໃນອັງກິດ ລວມ 97 ຄົນ ເຮັດໃຫ້ ພຣີເມ່ຍລີກ ອັງກິດ ມີມູນຄ່າສູນເສຍທາງການເງິນເຖິງ 184.57 ລ້ານປອນ.

ລະດູການຜ່ານມາ 5 ລີກຊັ້ນນຳຂອງເອີຣົບ ມີນັກກິລາໄດ້ຮັບບາດເຈັບ 4,810 ຄົນ ເພີ່ມຂຶ້ນ 20% ຈາກລະດູການ 2020-21 ລວມແລ້ວ ມີມູນຄ່າສູນເສຍທາງການເງິນ 513.23 ລ້ານປອນ ເພີ່ມຂຶ້ນ 29% ຈາກລະດູການ 2020-21 ສະໂມສອນ ປາຣີ ແຊັງແຊກແມັງ ສູນເສຍທາງການເງິນຫລາຍສຸດ 34.22 ລ້ານປອນ, ຣຽວ ມາດຣິດ ເປັນທີມທີ່ມີນັກກິລາເຈັບຫລາຍສຸດໃນ 5 ລີກຊັ້ນນຳຂອງເອີຣົບ ລວມ 114 ຄົນ ສູນເສຍທາງການເງິນ 33.95 ລ້ານປອນ.

ສາເຫດທີ່ເຮັດໃຫ້ນັກກິລາບາດເຈັບ ຫລັກໆແມ່ນມາຈາກການແຂ່ງຂັນທີ່ຫລາຍຂຶ້ນ ໂດຍສະເພາະໃນລະດູການຜ່ານມາ 2021-22 ມູນຄ່າເສຍຫາຍຫລັກເຄິ່ງຕື້ປອນ ເປັນສະຖິຕິສູງສຸດໃນປະຫວັດສາດ.

Leave a Reply

Your email address will not be published. Required fields are marked *