• Fri. Dec 1st, 2023

Lao Sport Update

ຮອບດ້ານວົງການກິລາ

ຢູ 17 ລາວ ຮອດກຽກກິດສະຖານ ຮຽບຮ້ອຍ ພ້ອມວັດຄົມກັບຍັກໃຫຍ່ຢ່າງ ຢູ 17 ອີຣານ ນັດທໍາອິດ

ທັບນັກກີລາບານເຕະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ນໍາໂດຍທ່ານ ຄຳແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ(ສຕລ)ຫົວໜ້າຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາທັງໝົດ 36 ຄົນ ໄດ້ອອກເດີນທາງຈາກ ສະໜາມບິນສາກົນວັດໄຕນະຄອນ ຫຼວງວຽງຈັນເມື່ອຕອນບ່າຍຂອງວັນທີ 29 ກັນຍາ 2022 ມຸ່ງໜ້າສູ່ ປະເທດ ກຽກກີດສະຖານ, ໂດຍຜ່ານສະໜາມບິນສຸວັນນະພູມ ບາງກອກ ປະເທດໄທ, ສະໜາມບິນດູໄບແລະເດີນທາງຮອດ ສະໜາມບິນສາກົນມານັດ( Manas international airport) ແຫ່ງປະເທດກຽກກີດສະຖານເປັນທີ່ຮຽບຮ້ອຍແລ້ວດວ້ຍສະຫວັດດີພາບ.

ກຽມພ້ອມລົງແຂ່ງຂັນທີ່ປະເທດ ກຽກກິດສະຖານ,ທີມຊາດລາວ U17 ໃນການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ນີ້ ເຊິ່ງ ທິມຊາດລາວ U17 ຢູ່ກຸ່ມ I ຊື່ງປະກອບມີ: ISLAMIC REPUBLIC OF ILAN, HONG KONG, KYRGYZ REPUBLIC, LAOS.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ
– ວັນທີ 5 ຕຸລາ 2022 ເວລາ 15:00 ອີຣານ ພົບ ລາວ
– ວັນທີ 7 ຕຸລາ 2022 ເວລາ 15:00 ລາວ ພົບ ຮົງກົງ
– ວັນທີ 9 ຕຸລາ 2022 ເວລາ 17:30 ກຽກກີດສະຖານ ພົບ ລາວ

ໂດຍທຸກໆນັດແຂ່ງຂັນທີ່ສະໜາມກິລາ Dolon Omurzakov Stadium, Bishkek

Leave a Reply

Your email address will not be published. Required fields are marked *