• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ຈະເອົາຈັ່ງໃດກັບໂຈນປຸ້ນບ້ານປຸ້ນເມືອງນີ້ດີ ນັບມື້ໂຫດ

ByAdmin S

Sep 30, 2022

ຊ່ວງນີ້ໂຈນລະບາດໜັກແທ້ໆແຕ່ເໜືອຮອດໃຕ້ ບາງຄົນກໍວ່າເປັນຄອນເທັນຕາມກະແສ ແຕ່ສຳລັບຜຸ້ທີ່ຢູ່ໃນເຫດການແທ້ມັນບໍແມ່ນກະແສ ຕັ້ງແມ່ນໂຈນປຸ້ນບ້ານປຸ້ນເມືອງອີຫຼີ ບາງບ່ອນບໍໄດ້ທາງໃນກໍເອົາທາງນອກ ບາງຄົນບໍໄດ້ລົດກໍເອົາເປັດເອົາໄກ່ ເທື່ອກໍເອົາເງິນເອົາຄຳຈາຮີດນີ້ລະເດີ້ ສະນັ້ນຈະບໍແມ່ນການສ້າງຄອນເທັນອີກຕໍ່ໄປ.


ດັ່ງເຫດການໃນວັນທີ 29 ກັນຍາ 2022 ໄດ້ມີໂຈນຈຳພວກໜຶ່ງໄປປຸ້ນເອົາເງິນ ແລະ ຄຳ ປະຊາຊົນ ຢູ່ບ້ານດອນຮຽງ ເມືອງໝື່ນ ແຂວງວຽງຈັນ ເອົາໄປຈົນຫມົດ.


ຜູ້ຢູ່ໃນເຫດການເລົ່າວ່າ: ໂຈນມານໍາກັນ 5 ຄົນ ໃນນີ້ ມີ ປືນ 4 ຄົນ ແລະ ງ້າວ 1 ດວງ ເຂົ້າມາປຸ້ນຢູ່ເຮືອນ, ໂຈນ ໄດ້ຕີຜູ້ເປັນຜົວ ຈົນສະຫລົບ ແລະ ຈັບ ລູກ ເຈົ້າຂອງເຮືອນ ໄວ້. ຈາກນັ້ນໂຈນໄດ້ກວດຄົ້ນເອົາເງິນ ແລະ ຄຳຈົນຫມົດ ກ່ອນຫລົບຫນີຢ່າງໄວວາ.

ເຫດການ ຄັ້ງນີ້ ເຈົ້າຂອງເຮືອນ ເຈັບ 1 ຄົນ ຖືກຕີຈົນສະຫລົບ ເຈົ້າໜ້າທີ່ໄດ້ເຂົ້າໄປເກັບກໍາຂໍ້ມູນຫຼັກຖານແລ້ວ ຂໍໃຫ້ຈັບໂຈນໄດ້ໄວໆ.

Leave a Reply

Your email address will not be published. Required fields are marked *