ໃນຂະນະທີ່ຫຼາຍໆຄົນຍັງສົງໄສຈະເຮັດແນວໃດຈັ່ງໄດ້ໄປເກົາຫຼີ ໄປແລ້ວໄດ້ເງິນແທ້ຫຼືບໍ ຄຸ້ມຄ່າຄຸ້ມລາຄາກັບເງິນລົງທຶນໄປເບື້ອງຕົ້ນຫຼືບໍນໍ ເຊິ່ງແອັດມາຄ່ຳນວນຫຼິ້ນໆ ສົມມຸດໄປ 5 ເດືອນໄດ້ເດືອນລະ 1.500 ໂດລາ 5 ເດືອນກໍ່ຈະໄດ້ 7,500 ຖ້າຕ້ອງຈ່າຍຄ່າບໍລິການອື່ນໆໃນວົງເງິນໄລ່ສູງສຸດ 3000 ໂດລາ ກໍຍັງມີເງິນເຫຼືອກັບມາ 4000 ປາຍຕົກເປັນເງິນ ຄິດໄລ່ຕາມອັດຕາແລກປ່ຽນປະຈຸບັນບໍ່ຕ່ຳກວ່າ 80 ລ້ານກີບ ຖືວ່າຄຸ້ມຖ້າທຽບໃສ່ການລົງທຶນໃນໄລຍະພຽງ 5 ເດືອນແລ້ວເກັບເງິນໄດ້ສ່ຳນັ້ນ.
ແລະຕ້ອງຂໍຊົມເຊີຍ ຍິນດີຕ້ອນຮັບແຮງງານລາວ ຊຸດທີ1 ກັບຄືນສູ່ປະເທດລາວ ຈາກການໄປເຮັດວຽກລະດູການ ໃນຂະແໜງກະສິກຳ ຢູ່ ເມືອງຊັງເຢືອງ ສ.ເກົາຫຼີ ແຮງງານທຸກຄົນທີ່ໄດ້ສ້າງຄວາມປະທັບໃຈ ແລະ ຖືກຍ້ອງຍໍໃຫ້ຈາກນາຍຈ້າງ ດ້ວຍການນຳເອົານ້ຳໃຈອັນດີງາມຂອງຄົນລາວໄປເຜີຍແຜ່ໃຫ້ແກ່ຊາວຕ່າງຊາດໄດ້ຮັບຮູ້ຄວາມດຸໝັ່ນ-ມີນ້ຳໃຈຂອງຄົນລາວ.
ພິເສດແຮງງານຊຸດນີ້ໄດ້ພິສູດໃຫ້ເຫັນວ່າແຮງງານລາວຜູ້ທີ່ຊື່ສັດ ຕັ້ງໃຈເຮັດວຽກມີລະບຽບວິໄນທີ່ດີ ແລະ ປະຕິບັດຕາມລະບຽບ-ກົດໝາຍໄດ້ເປັນຢ່າງດີ ພາກັນກັບບ້ານດ້ວຍໝາກຜົນປະສົບການ ແລະ ທີ່ສຳຄັນໄດ້ເງິນກັບບ້ານແກ້ໄຂຊີວິດການເປັນຢູ່ຄອບຄົວໃຫ້ດີຂື້ນ ທຸກຄົນ.
ຊົມເຊີຍການນຳພາກລັດ ໂດຍສະເພາະກົມການຈັດຫາງານ ກະຊວງ ຮສສ ທີ່ສ້າງໂອກາດໃຫ້ປະຊາຊົນລາວໄດ້ມີໂອກາດໄປອອກແຮງງານຢູ່ຕ່າງປະເທດ, ສຳລັບຜູ້ໃດມີຄວາມສົນໃຈຢາກໄປເຮັດວຽກ ຢູ່ ສ.ເກົາຫລີ ຫຼື ຢູ່ພາຍໃນປະເທດ. ສາມາດເຂົ້າມາພົວພັນກັບ ກົມການຈັດຫາງານ ກະຊວງ ຮສສ ຫຼື ບໍລິສັດຈັດຫາງານ ທີ່ໄດ້ຮັບການອະນຸຍາດໃຫ້ເຄືີ່ອນໄຫວບໍລິການຈັດຫາງານ ຈາກກະຊວງ ຮສສ ໃນໂມງລັດຖະການ.
(ຂ່າວສານຮສສ)