• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ເຊັນສັນຍາເຊົ່າດິນຂອງລັດ ດໍາເນີນໂຄງການລາດຊະວົງ ພລາຊາ ເພື່ອພັດທະນາໂຄງການໃຫ້ສຳເລັດຕາມແຜນ

ຕາມຂ່າວກະຊວງການເງິນລາຍງານວ່າ: ໃນວັນທີ 28 ກັນຍາ 2022 ທີ່ກະຊວງການເງິນ ໄດ້ຈັດພິທີເຊັນສັນຍາເຊົ່າທີ່ດິນຂອງລັດ ເພື່ອດໍາເນີນໂຄງການ ລາດຊະວົງ ພລາຊາ ລະຫວ່າງ ກົມຄຸ້ມຄອງຊັບສິນແຫ່ງລັດ (ຕາງໜ້າກະຊວງການເງິນ) ແລະ ບໍລິສັດ ລາດຊະວົງ ພັດທະນາ ຈໍາກັດ.

ໂດຍການລົງນາມຂອງທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທ່ານ ເຊີນ ປິງ ປະທານ ບໍລິສັດ ລາດຊະວົງ ພັດທະນາ ຈໍາກັດ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າພະແນກ-ຮອງຫົວໜ້າພະແນກ ຕາງໜ້າພະແນກອ້ອມຂ້າງກົມ ພ້ອມດ້ວຍວິຊາການ ແລະ ຄະນະຈາກ ບໍລິສັດ ລາດຊະວົງ ພັດທະນາ ຈໍາກັດ ເຂົ້າຮ່ວມ.

ເພື່ອປະຕິບັດຕາມແຈ້ງການຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 104/ຫສນຍ, ລົງວັນທີ 25 ກໍລະກົດ 2022 ແລະ ຂໍ້ຕົກລົງ ຂອງກະຊວງການເງິນ ສະບັບເລກທີ 2754/ກງ, ລົງວັນທີ 13 ກັນຍາ 2022 ວ່າດ້ວຍການອະນຸຍາດໃຫ້ເຊົ່າທີ່ດິນຂອງລັດ ແກ່ບໍລິສັດ ລາດຊະວົງ ພັດທະນາ ຈຳກັດ ເພື່ອພັດທະນາໂຄງການລາດຊະວົງ ພລາຊາ ທີ່ຕັ້ງຢູ່ບ້ານຈອມມະນີ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ໃນເນື້ອທີ່ທັງໝົດຈຳນວນ 23,494 ຕາແມັດ, ເຊິ່ງມີອາຍຸ ສັນຍາເຊົ່າທີ່ດິນ 50 ປີ.

ສໍາລັບອັດຕາຄ່າເຊົ່າ ແມ່ນກຳນົດຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 02/ປປທ, ລົງວັນທີ 18 ພະຈິກ 2009 ວ່າດ້ວຍອັດຕາຄ່າເຊົ່າ ແລະ ສຳປະທານທີ່ດິນຂອງລັດ ມາດຕາ 8 ເພື່ອກໍ່ສ້າງກິດຈະການ ການບໍລິການ ແລະ ທີ່ຢູ່ອາໄສ, ໂດຍເລີ່ມເກັບຄ່າເຊົ່າແຕ່ນັບປີ 2022 ແລະ ທຸກໆ 5 ປີໃດໃຫ້ເພີ່ມຂຶ້ນ 5% (ຫ້າສ່ວນຮ້ອຍ) ຂອງອັດຕາຄ່າເຊົ່າທີ່ດິນ.

ໂຄງການລາດຊະວົງພລາຊາ ເປັນການເຊັນສັນຍາຮ່ວມມືທຸລະກິດ ລະຫວ່າງ ກະຊວງປ້ອງກັນປະເທດ ຕາງໜ້າໂດຍກົມເສດຖະກິດ ຖືຮຸ້ນ 25%
ກັບ ບໍລິສັດ ຊົງຊີງ ຟາງເຕີ ພັດທະນາ ອະສັງຫາລິມະຊັບ ຈຳກັດ ໂດຍໄດ້ເຊັນສັນຍາກັນໃນ ໃນວັນທີ 3 ທັນວາ 2013 ເພື່ອກໍ່ສ້າງໂຮງແຮມລະດັບ 5 ດາວ, ຫ້ອງການ, ອາພາດເມັນ, ສູນບຳບັດ ແລະ ປິ່ນປົວສຸຂະພາບ, ສູນການຄ້າຄົບວົງຈອນ, ສູນບັນເທິງ, ສູນກີລາ, ຮ້ານອາຫານນາໆຊາດ ແລະ ອື່ນໆ ຢູ່ໃຈກາງນະຄອນຫຼວງວຽງຈັນ ໃນມູນຄ່າການລົງທຶນ ຫຼາຍກວ່າ 99 ລ້ານໂດລາສະຫະລັດ.

Leave a Reply

Your email address will not be published. Required fields are marked *