ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 23 ກັນຍາ 2022 ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງ ຢຶດຢາເສບຕິດລາຍໃຫຍ່ໄດ້ 33 ລ້ານກວ່າເມັດ ແລະ ຈັບກຸມຜູ້ຖືກຫາໄດ້ 2 ຄົນ ແລະ ກຳລັງເລັ່ງຊອກຈັບເປົ້າໝາຍທີ່ກ່ຽວຂ້ອງມາລົງໂທດ.
ຜູ້ຖືກຫາທີ່ຈັບໄດ້ ຊື່ ທ້າວ ສົມຫວັງ ຫວ່າ ອາຍຸ 34 ປີ ແລະ ເມຍຊື່ ນາງ ເຢັງຢາງ ອາຍຸ 18 ປີ ຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ພ້ອມຂອງກາງຢາບ້າ 300.000 ເມັດ.
ເຈົ້າໜ້າທີ່ໄດ້ ນຳຕົວທັງສອງຄົນມາສອບສວນຂະຫຍາຍຜົນ, ຜູ້ຖືກຫາໄດ້ຊັດທອດຫາ ທ້າວອາລຸນ ຄຸນລະວົງ ແລະ ທ້າວ ດວງແກ້ວ ໝື່ນແກ້ວມະນີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ.
ຈາກນັ້ນ ຈິ່ງເຂົ້າກວດຄົ້ນເຮືອນຂອງທ້າວ ດວງແກ້ວ ໝື່ນແກ້ວມະນີ ພ້ອມຈັບຕົວນາງ ບໍ້າ ໝື່ນແກ້ວມະນີ ຜູ້ເປັນເມຍ ສາມາດຢຶດຢາບ້າໄດ້ 33.000.000 ເມັດ, ຢາໄອສ໌ 500 ກິໂລກຼາມ. ກວດຄົ້ນເຄຫະສະຖານຂອງທ້າວ ອາລຸນ ພົບຢາບ້າ ຈຳນວນ 200.000 ເມັດ, ເຄຕາມິນ 1 ຫ່ໍ ນໍ້າໜັກ 1 ກິໂລກຼາມ ພ້ອມເຄື່ອງຂອງກາງອີກຫຼາຍລາຍການ.
ສ່ວນທ້າວ ດວງແກ້ວ ແລະ ທ້າວ ອາລຸນ ແມ່ນໄດ້ເອົາຕົວຫຼົບໜີ ເຈົ້າໜ້າທີ່ກຳລັງເລັ່ງໄລ່ຊອກ-ໄລ່ຈັບຜູ້ກ່ຽວຂ້ອງມາດຳເນີນຄະດີຕາມກົດໝາຍ.
ຂ່າວ: ປກສ ແຂວງບໍ່ແກ້ວ.