• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ເຈົ້າແຂວງໆຈຳປາສັກ ລົງຕິດຕາມສະພາບໄພພິບັດຢູ່ບ້ານນາແຫກ ນະຄອນປາກເຊ ເພືອກຽມພອ້ມເຄຶ່ອນຍ້າຍປະຊາຊົນອອກຈາກບ່ອນທີ່ມີນ້ຳຖ້ວມ

ByAdmin N

Sep 29, 2022

ໃນຕອນເຊົ້າວັນທີ 29ກັນຍາ 2022 ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ ລົງຕິດຕາມສະພາບໄພພິບັດຢູ່ບ້ານນາແຫກ ນະຄອນປາກເຊ ເພືອກຽມພອ້ມເຄຶ່ອນຍ້າຍປະຊາຊົນອອກຈາກບ່ອນທີ່ມີນ້ຳຖ້ວມ.

ຄະນະກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນ! ພາຍຸດີເປຊັນ ປະຈໍາວັນທີ 29 ກັນຍາ 2022ວ່າ: ພາຍຸໝຸນເຂດຮ້ອນ ໂນຣຸ (Noru) ຫົວທີ 16 ໄດ້ອ່ອນກໍາລັງລົງເປັນ ພາຍຸດີເປຊັນ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖີ່ນໃນເຂດພາກກາງ ແລະ ພາກໃຕ້ ເຊັ່ນ ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.


ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີ ດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຊຸ ຕົ້ນໄມ໊ ເສົາໄຟຟ້າ ແລະ ປ້ານໂຄສະນາຫັກລົ້ມ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ ປອດໄພ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

Leave a Reply

Your email address will not be published. Required fields are marked *