• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

73ບ້ານໃນເມືອງຈຳປາສັກ ໄດ້ຮັບຜົນກະທົບຈາກ ພະຍຸ ໂນຣູ ​ເຮັດໃຫ້ນໍ້າຖ້ວມ,​ເສົາໄຟຟ້າລົ້ມ

ໃນວັນທີ​28 ກັນຍາ​2022​ ນີ້,​ ມີ 73ບ້ານໃນເມືອງຈຳປາສັກ, ຄື: 5 ກຸ່ມບ້ານເມືອງຈຳປາສັກ, ໄດ້ຮັບຜົນກະທົບຈາກ ພະຍຸ (ໂນຮູ)​ ທີ່ພັດຜ່ານ ເຂົ້າມາ​ພາຍໃນເມືອງຈຳປາສັກ,​ເຮັດໃຫ້ນຳ້ຖ້ວມ,​ເສົາໄຟຟ້າລົ້ມ ສ້າງຄວາມເສຍຫາຍໃຫ້ປະຊາຊົນພາຍໃນເມືອງຈຳປາສັກເຮົາ.

ຕໍ່ສະພາບດັ່ງກ່າວເຈົ້າໜ້າທີ່  ຈິ່ງຂໍແຈ້ງເຕືອນ ປະຊາຊົນທີ່ດຳລົງລົງຊິວິດລຽບຕາມແຄມແມ່ນຳ້ຂອງ ແຕ່​ ບ້ານ​ຫົວປາຂໍ້ ຫາ​ ຫ້ວຍເງີນເໜືອ​ແລະໄຕ້​ ລະມັດລະວັງພະຍຸ ໂນຮູ​ ລູກທີ16 ນີ້ຢ່າງໃກ້ຊິດ,​ເຊິ່ງມັນຈະເຮັດໃຫ້ນຳ້ຖ້ວມ,​ແລະດິນເຈື່ອນໄດ້ ແລະ​ ເຂດ​ ກຸ່ມ 1,ກຸ່ມ2,ກຸ່ມ3, ກຸ່ມ4,ກຸ່ມ5,ໃນ​73 ທົ່ວເມືອງຈຳປາສັກ,​ໃຫ້ມີສະຕີ ເຝົ້າລະມັດລະວັງ ເກັບມ້ຽນວັດຖູ,​ຊັບສິນ,​ພາຍໃນຄົວເຮືອນໄວ້ທີ່ສູງ,​ແລະ​ ສັດລ້ຽງ,​ແລະ​ ຕິດຕາມ​ສະພາບດິນ,​ຟ້າ,​ອາກາດ​ຢ່າງໃກ້ຊິດ.


ໃນມື້ນີ້,​ພະຍຸ​ໂນຣູ​ ໄດ້ສ້າງຄວາມເສຍຫາຍຫຼາຍຈຸດຢູ່ເມືອງເຮົາຄື:ສະພາບນຳ້ຖ້ວມຫຼາຍຈຸດ ໂດຍສະເພາະ​ ບ້ານທາງແບ່ງ,​ບ້ານ​ທາງຄົບ ແລະບ້ານອື່ນໆພາຍໃນເມືອງຈຳປາສັກ,​ເສົາໄຟຟ້າລົ້ມ​ຢູ່ບ້ານ​ວັດໄຊ,​ແລະ​ນຳ້ໄຫຼຂ້າມທາງ,​ຖ້ວມ​ທາງເຂົ້າບ້ານ ໜອງສະໂນ,​ ທາງເຂົ້າບ້ານ​ໜອງຂາມ,​ ແລະ​ ຖ້ວມຕາມບ້ານ,​ຕາມຄົວເຮືອນປະຊາຊົນ.

Leave a Reply

Your email address will not be published. Required fields are marked *