ນັບເປັນຂ່າວດີທ້າຍເດືອນ ເມື່ອລາຄານໍ້າມັນຈະປັບລົງອີກ ທັງແອັດຊັງພິເສດ ແລະ ທຳມະດາ ເຖິງຈະປັບລົງເລັກໜ້ອຍກໍດີວ່າບໍ່ລົງນໍ. ສ່ວນກາຊວນຍັງລາຄາເດີມ.
ກະຊວງອຸດສາຫະກຳ ແລະການຄ້າ ໄດ້ອອກແຈ້ງການສະບັບເລກທີ 1303/ອຄ ລົງວັນທີ 28 ກັນຍາ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟແລະອາຍແກັດລາວ ເລື່ອງແຈ້ງປັບລາຄານໍ້າມັນເຊື້ອໄຟລົງທົ່ວປະເທດ.
ໃນນີ້ໄດ້ປັບລົງແອັດຊັງພິເສດ 460 ກີບ ແລະ ແອັດຊັງທຳມະດາ 150 ກີບຕໍ່ລິດ, ສ່ວນກາຊວນຍັງລາຄາເດີມ ເລີ່ມມີຜົນນັບແຕ່ເວລາ 06:00 ໂມງຂອງວັນທີ 29 ກັນຍາເປັນຕົ້ນໄປ.
ຈາກການປັບຄືດັ່ງກ່າວເຮັດໃຫ້ລາຄານ້ຳມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນໄດ້ປັບລົງຈາກ 24.980 ກີບຕໍ່ລິດມາເປັນ 24.520 ກີບຕໍ່ລິດ, ແອັດຊັງທຳມະດາລົງຈາກ 19.330 ມາເປັນ 19.180 ກີບຕໍ່ລິດ.