• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ອັດຕະປື ຮຽກຮ້ອງ ໃຫ້ພໍ່ແມ່ປະຊາຊົນມີສະຕິສູງຕໍ່ການຮັບມືກັບພະຍຸໄຕ້ຝຸ່ນ ໂນຣູ ແລະ ການລະບາຍນໍ້າເຂື່ອນ

ຂ່າວສານອອນລາຍ ອັດຕະປື ລາຍງານວ່າ: ທ່ານ ວິທະຍາ ພົມມະຈັນ ຫົວຫນ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ໄດ້ລາຍງານສະພາບການກັກເກັບນໍ້າ ແລະ ການລະບາຍນໍ້າຈາກເຂື່ອນຢູ່ພາຍໃນແຂວງ ອັດຕະປື ທີ່ກໍາລັງຮັບຜົນກະທົບຈາກການພັດຜ່ານຂອງພະຍຸໄຕ້ຝຸ່ນ ໂນຣູ ເຊິ່ງເຮັດໃຫ້ມີຝົກຕົກຫນັກ,ລົມພັດແຮງ ແລະ ນໍ້າໄຫລຊຸ ສ້າງຄວາມເສຍຫາຍພໍສົມຄວນ.

ແຕ່ທັງນີ້ ແຂວງ ອັດຕະປື ພວກເຮົາ ກໍມີເຂື່ອນໄຟຟ້າ 7 ເຂື່ອນ, ທີ່ມີຄວາມສາມາດຮອງຮັບປະລິມານນໍ້າຝົນຕົກລົງມາ, ໃນບໍລິເວນອ່າງເກັບນໍ້າຄ່າສະເລ່ຍຂອງການຮັບນໍ້າໃນ 7 ເຂື່ອນ,ນັບແຕ່ຊ່ວງເວລາ 8 ໂມງ 00 ນາທີຂອງວັນທີ 28 ກັນຍາ 2022, ນັບແຕ່ພະຍຸໄດ້ເຄື່ອນໂຕເຂົ້າມາໄດ້ມີປະລິມານນໍ້າເພີ່ມຂຶ້ນຢ່າງໄວ ໃນ 7 ເຂືີ່ອນປະມານ 8.168,5 ແມັດກ້ອນຕໍ່ວິນາທີຫລາຍກວ່າປົກກະຕິ.

ໃນນີ້ການປ່ອຍນໍ້າຂອງບັນດາເຂື່ອນທັງຫມົດທີ່ລົງສູ່ແມ່ນໍ້າເຊກະຫມານ ແລະ ເຊກອງປະມານ 680,53 ແມັດກ້ອນຕໍ່ວິນາທີ.ພ້ອມກັນນີ້, ຍັງມີເຂື່ອນຢູ່ແຂວງເຊກອງທີ່ເປັນເຂື່ອນມີປະລິມານນໍ້າປ່ອຍລົງສູ່ແມ່ນໍ້າເຊກອງ 2 ເຂື່ອນຄື: ເຂື່ອນຫ້ວຍລໍາພັນໃຫຍ່ແລະເຂື່ອນຫ້ວຍລໍາພັນຕອນລຸ່ມ, ໄດ້ມີການລະບາຍນໍ້າປະມານ 78 ແມັດກ້ອນຕໍ່ວິນາທີ,ສ່ວນວ່າມວນນໍ້າທີ່ຫລາຍມະຫາສານແມ່ນການປ່ອຍນໍ້າຈາກເຂື່ອນອາເລື່ອຍ ປະເທດ ສສ ຫວຽດນາມ ມີມວນນໍ້າທີ່ປ່ອຍປະມານ 2.500 ແມັດກ້ອນຕໍ່ວິນາທີ ລົງສູ່ແມ່ນໍ້າເຊກອງພວກເຮົາ.


ຕໍ່ກັບສະພາບດັ່ງກ່າວ, ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃນທົ່ວແຂວງ ອັດຕະປື ໃຫ້ມີຄວາມລະມັດລະວັງ,ກຽມຄວາມພ້ອຮັບມືຕໍ່ກັບສະພາບດັ່ງກ່າວທີ່ອາດຈະເກີດຂຶ້ນໃນຕໍ່ຫນ້າ,ໃຫ້ມີສະຕິ,ທີຄວາມພ້ອມຫລາຍດ້ານເຊັ່ນ: ດ້ານວັດຖຸອຸປະກອນຮັບໃຊ້, ຈິດໃຈ,ເຄື່ອນຍ້າຍສັດລ້ຽງ,ເຄື່ອງຂອງໄປບ່ອນທີ່ສູງເພື່ອຄວາມປອດໄພ.ໃນປັດຈຸບັນນີ້, ບັນດາເຂື່ອນຕ່າງໆທີ່ມີຄູກັນນໍ້າຢູ່ພາຍໃນແຂວງ ອັດຕະປື ແມ່ນຢູ່ໃນສະພາບປົກກະຕິ,ມີຄວາມປອດໄພ,ບໍ່ໃຫ້ພໍ່ແມ່ປະປະຊາຊົນວິຕົກກັງວົນ,ຢ້ານກົວຈົນເກີນໄປ ແລະຕໍ່ສະພາບທີ່ໄດ້ປະເຊີນໃນປັດຈຸບັນນີ້, ແມ່ນນໍ້ານອງ,ຝົນແຮງຈາກພະຍຸໄຕ້ຝຸ່ນ ໂນຣູ,ຈາກການປ່ອຍນໍ້າເຂື່ອນອາເລື່ອຍ.

ນອກຈາກນີ້, ພໍ່ແມ່ປະຊາຊົນ,ໃຫ້ເອົາໃຈໃສ່ເຝົ້າລະວັງ,ຕິດຕາມຂ່າວສານທີ່ເປັນທາງການ,ມີສະຕິໃນການເສບຂ່າວປອມ,ຂ່າວລື, ຂ່າວບິດເບືອນ ແລະ ຂ່າວທີ່ບໍ່ເປັນທາງການ,ທຸກໆສະຖານະການ,ສະພາບການຂ່າວສານຂອງແຂວງຈະອັບເດດເປັນແຕ່ລະໄລຍະ.


ຂ່າວ: ຊິບປະໄຊ

Leave a Reply

Your email address will not be published. Required fields are marked *