• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ເດີນທາງຢ້ຽມຢາມ ສ ສິງກະໂປ

ByAdmin N

Sep 28, 2022 #ນາຍົກ

ຂປລ. ໃນຕອນແລງວັນທີ 27 ກັນຍາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງ ສາທາລະນະລັດສິງກະໂປ ເພື່ອດໍາເນີນການຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022 ເພື່ອຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ແຫ່ງ ສ ສິງກະໂປ.


ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ. ໃນໄລຍະການຢ້ຽມຢາມ,ທ່ານນາຍົກລັດຖະມົນຕີ ພັນຄໍາວິພາວັນ ຈະພົບປະສອງຝ່າຍກັບ ທ່ານນາຍົກລັດຖະ ມົນຕີ ລີ ຊຽນ ລຸງ ເພື່ອທົບທວນຄືນກ່ຽວກັບ ການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ.


ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງຈະເຂົ້າຢ້ຽມຂໍ່ານັບ ທ່ານນາງ ຮາລິມາ ຢາຄອບ ປະທານາທິບໍດີແຫ່ງ ສ ສິງກະໂປ; ຈະຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທາມັນ ຊັນມູກາຣັດນັນ ລັດຖະມົນຕີ ອາວຸໂສ, ທັງເປັນລັດຖະມົນຕີປະສານງານດ້ານນະໂຍບາຍສັງຄົມ ແຫ່ງ ສ ສິງກະໂປ; ເຂົ້າຮ່ວມກອງປະຊຸມພົບປະພາກທຸລະກິດ ລາວ-ສິງກະໂປ ແລະ ຢ້ຽມຢາມໂຮງຮຽນວິຊາຊີບ ນັນຢາງໂພລີເທັກນິກ ຕື່ມອີກ.

 

Leave a Reply

Your email address will not be published. Required fields are marked *