• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ອັບເດດພາຍຸໂນຣຸ ເມືອງຊານໄຊ ກຳລັງກະທົບໜັກຝົນຕົກແຮງ ແລະ ນໍ້າຖ້ວມ

ຕອນເຊົ້າວັນທີ28 ກັນຍາ 2022 ຜູ້ໃຊ້ເພາບຸກຊື່ ແກ່ນນະຄອນ ວິໄລຍ້ອຍ ໄດ່້ໂພດພາບນ້ຳຖ້ວມບ້ານຈະເລີນໄຊເມືອງ ຊານໄຊ ແຂວງອັດຕະປື ຢ່າງໜັກໜວງໃນຄັ້ງວັນທີ28/9/2022.

ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ ອອກແຈ້ງເຕືອນໄພພາຍຸໂນຣຸ ປະຈຳວັນທີ28ກັນຍາ ວ່າ: ພາຍຸໄຕ້ຝຸ່ນ ໂນຣຸ (Noru) ຫົວທີ 16 ຍັງເຄື່ອນທີ່ຂຶ້ນຝັ່ງທາງພາກກາງ ຂອງປະເທດຫວຽດນາມ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານ ພາກກາງ ແລະ ພາກໃຕ້ຂອງປະເທດລາວ ໃນຕອນບ່າຍວັນທີ 28 ຫາ 30 ກັນຍາ 2022.

ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ຕົກໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນໃນເຂດພາກກາງ ແລະ ພາກໃຕ້ ເຊັ່ນ ນະຄອນຫລວງວຽງຈັນ, ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ,ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີຕັ້ນໄມ້, ເສົາໄຟຟ້າ ແລະ ປ້າຍໂຄສະນາຫັກລົ້ມ, ມີດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຊຸ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ.

.

.

Leave a Reply

Your email address will not be published. Required fields are marked *