• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ໂນຣູເຂົ້າລາວແລ້ວ! ແຂວງພາກໃຕ້ເກີດຝົນຕົກລົງແຮງ, ຂະນະທີ່ອຸຕຸ ແຈ້ງເຕືອນຕໍ່ສະພາບຝົນຕົກໜັກ ລົມພັດແຮງ

ພາຍຸໄຕ້ຝຸ່ນ ໂນຣຸ (Noru) ຫົວທີ 16 ຍັງເຄື່ອນທີ່ຂຶ້ນຝັ່ງທາງພາກກາງ ຂອງປະເທດຫວຽດນາມ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານ ພາກກາງ ແລະ ພາກໃຕ້ຂອງປະເທດລາວ ໃນຕອນບ່າຍວັນທີ 28 ຫາ 30 ກັນຍາ 2022, ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ຕົກໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນໃນເຂດພາກກາງ ແລະ ພາກໃຕ້ ເຊັ່ນ ນະຄອນຫລວງວຽງຈັນ, ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ,ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື .

8/09/2022 ນ້ຳປ່າໄຫຼຫຼາກຈາກພະຍຸ Noru ທີ່ຕາດຈໍລໍຮັກ ແຂວງອັດຕະປື

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີຕັ້ນໄມ້, ເສົາໄຟຟ້າ ແລະ ປ້າຍໂຄສະນາຫັກລົ້ມ, ມີດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຊຸ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ.

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

Leave a Reply

Your email address will not be published. Required fields are marked *