• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ໂປຕູເກດເສຍທ້າຍເກມ! ປະລາໄຊໃຫ້ ທີມຊາດສະເປນ 0-1 ພາດໂອກາດເຂົ້າຮອບ 4 ທີມສຸດທ້າຍ ຢູຟ້າ ເນຊັ່ນລີກ 2022-23

ການແຂ່ງຂັນເຕະບານ ຢູຟ້າ ເນຊັ່ນລີກ ລະດູການ 2022-23 ນັດທີ 6 ນັດສຸດທ້າຍຂອງລີກ A ກຸ່ມທີ 2 ໃນຄືນວັນທີ 27 ກັນຍາຜ່ານມາ, ທັບກະທິງດຸ ທີມຊາດສະເປນ (ແອັສປາຍ) ຮອງແຊ້ມລະດູການຜ່ານມາ ບຸກໄປຢາມ ທີມຊາດປັອກຕຸຍການ ອະດີດແຊ້ມ 1 ສະໄໝ, ແອັສປາຍ ຕ້ອງການຊະນະຢ່າງດຽວ ເພື່ອເຂົ້າຮອບ 4 ທີມ, ຂະນະທີ່ ປັອກຕຸຍການ ຂໍພຽງສະເໝີ ເຂົ້າຮອບ 4 ທີມທັນທີ.

ຜົນປະກົດວ່າ: ປັອກຕຸຍການ ເຈົ້າບ້ານ ມາພາດທ່າເສຍປະຕູທ້າຍເກມນາທີ 88′ ອາວວາໂຣ້ ໂມຣາຕ້າ ສູນໜ້າຈາກ ແອັດມາດຣິດ ຍິງປະຕູປັອກຕຸຍການສອງນັດຕິດຕໍ່ກັນ ພາທີມຊາດແອັສປາຍ ຄວ້າອັນດັບໜຶ່ງຂອງກຸ່ມ ມີ 11 ຄະແນນຈາກ 6 ນັດ, ເຂົ້າຮອບ 4 ທີມສຸດທ້າຍເປັນລະດູການທີສອງຕິດຕໍ່ກັນ, ສ່ວນ ປັອກຕຸຍການ ມີ 10 ຄະແນນ ພາດໂອກາດເຂົ້າຮອບ 4 ທີມຢ່າງໜ້າເສຍດາຍ.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ສະວິດເຊີແລນ ເປີດບ້ານຊະນະ ສາທາລະນະລັດເຊັກ 2-1 ສະວິສ ມີ 9 ຄະແນນ ຈົບອັນດັບສາມ ບໍ່ຕົກຊັ້ນ, ຂະນະທີ່ ສາທາລະນະລັດເຊັກ ມີ 4 ຄະແນນຈົບອັນດັບສຸດທ້າຍຂອງກຸ່ມ ຕົກຊັ້ນໄປຫລິ້ນ ລີກ B ລະດູການໜ້າ.

ສຳລັບຮອບສຸດທ້າຍ 4 ທີມ ປະກອບມີ: ທີມຊາດແອັສປາຍ, ອີຕາລີ, ເນເທີແລນ (ໂຮນລັງ) ແລະ ໂຄຣເອເຊຍ ຈະຈັບສະຫລາກຈັບຄູ່ໃນມໍ່ໆນີ້ ແລະ ຈະແຂ່ງຂັນຮອບ 4 ທີມ ໃນວັນທີ 14 ແລະ 15 ມິຖຸນາ 2023, ສ່ວນຮອບຊິງຊະນະເລີດ ແລະ ຊິງທີສາມ ຈະແຂ່ງຂັນໃນວັນທີ 18 ມິຖຸນາ ປີ 2023, ຂະນະນີ້ ກຳລັງຄັດເລືອກເຈົ້າພາບ ວັນທີ 5 ຕຸລານີ້ ຈະຮູ້ຜົນຕັດສິນ.

Photo: OnsOranje, EURO 2024

Leave a Reply

Your email address will not be published. Required fields are marked *