• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ແຈ້ງດ່ວນ! 28​ ກັນຍານີ້ ເລີ່ມປ່ອຍນ້ຳເຂື່ອນໄຟຟ້າເຊລະນອງ​ 1

ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ)ແຈ້ງວ່າ: ໃນວັນທີ 28/09/2022 ທາງເຂື່ອນ ໄຟຟ້າເຊລະນອງ1 ມີແຜນຈະເປີດປະຕູນໍ້ານອງ ເພື່ອລະບາຍນໍ້າ ອອກຈາກອ່າງເກັບນໍ້າຂອງເຂື່ອນ, ເນື່ອງຈາກປັດຈຸບັນລະດັບນໍ້າຂອງເຂື່ອນ ແມ່ນຢູ່ໃນລະດັບໃກ້ກັບລະດັບສູງສຸດ ໂດຍຈະປ່ອຍນໍ້າອອກຕາມປະລິມານນໍ້າໄຫຼເຂົ້າອ່າງ ເລີ່ມແຕ່ວັນທີ 28/09/2022 ຫາ 15/10/2022 ເຂື່ອນໄຟຟ້າເຊລະນອງ1 ປ່ອຍ 500 m3/s ຫາ 8500 m3/s ລວມທັງຜ່ານກົງຫັນຜະລິດໄຟຟ້າ, ພ້ອມນີ້ໃນໄລຍະດັ່ງກ່າວກໍມີພາຍຸພັດຜ່ານອີກດ້ວຍ.


ຊື່ງຈະເຮັດລະດັບນໍ້າຢູ່ຕອນລຸ່ມຂອງ ເຂື່ອນສູງຂື້ນຢ່າງກະທັນຫັນການປ່ອຍແມ່ນຈະປ່ອຍເລີ່ມຈາກ 159.77 m3/s ຈະປ່ຽນແປງຕາມສະພາບຕົວຈິງ. ດັ່ງນັ້ນ, ເພື່ອເປັນການຮັບມືຈາກຜົນກະທົບທີ່ອາດຈະເກີດຂື້ນໃນເຂດພື້ນທີ່ຕອນລຸ່ມເຂື່ອນ ແລະ ຕາມສາຍນ້ຳເຊລະນອງ1 ເຊບັ້ງຫ້ຽງ ທາງກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈື່ງຂໍແຈ້ງມາຍັງທ່ານຊາບ ເພື່ອກະກຽມຮັບມື

ລາຍລະອຽດ​ດັ່ງ​ແຈ້ງການ​ລຸ່ມນີ້

 

.

Leave a Reply

Your email address will not be published. Required fields are marked *