ໝາກບານໜ່ວຍມົນອີ່ຫຍັງກໍເກີດຂຶ້ນໄດ້ີຄໍານີ້ຕິດປາກຂອງຫຼາຍທ່ານ ຫຼ້າສຸດ ທີມຊາດລາວ ຊຸດໃຫຍ່ ພາດທ່າ ເສຍໃຫ້ກັບ ເຈົ້າພາບ ບຣູໄນ ໃນວັນທີ 27 ກັນຍາ 2022 ທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນເມືອງ Bandar Seri Begawan ປະເທດບຣູໄນ ເຊິ່ງການແຂ່ງຂັນບານເຕະ FIFA.
ນັດດັ່ງກ່າວ ທີມຊາດລາວ ເກີດຄວາມຜິດຈົນເສຍໄປຕູໄປກ່ອນ 0-1 ຕັ້ງແຕ່ຕົ້ນເກມ, ສ່ວນໄລຍະເວລາທີ່ເຫຼືອເລັ່ງເຄື່ອງ ເຮັດໃຫ້ ທີມຊາດລາວ ຄອງເກມໄດ້ເໜືອກວ່າ ແລະ ມີໂອກາດຍິງຫຼາຍຄັ້ງ ແຕ່ບໍ່ດີພໍທີ່ຈະເປັນປະຕູ ຈົນເຖິງການຕໍ່ເວລາ 5 ນາທີສຸດທ້າຍກໍມີໂອກາດແຕ່ກໍບໍ່ດີພໍ ກ່ອນຈົບເກມ ເສຍໄປ 0-1.
ແນ່ນອນການເສຍຄັ້ງນີ້ເຮັດໃຫ້ ທີມຊາດລາວ ຖືກ ບຣູໄນ ລ້າງແຄ້ນໄດ້ສໍາເລັດໃນປີ 2022 ເພາະກ່ອນໜ້ານີ້ ໃນວັນທີ 27 ມີນາ 2022 ທີມຊາດລາວ ເຄີຍເປີດບ້ານເອົາຊະນະ ບຣູໄນ 3-2 ໃນການແຂ່ງຂັນບານເຕະ FIFA DAY ທີ່ ສປປ ລາວ. ນອກນັ້ນ ທີມຊາດລາວ ຍັງເສຍສະຖິຕິຊະນະລວດໄວ້ທີ 7 ນັດ ເພາະກ່ອນໜ້ານີ້ທີ່ພົບກັບ 7 ນັດ ທີມຊາດລາວ ສາມາດເອົາຊະນະໄດ້ທັງໝົດ ແລະ ບໍ່ເສຍໃຫ້ກັບ ບຣູໄນ ມາ 10 ນັດລວດ