ພາຍຸໄຕ້ຝຸ່ນໂນຣູ ເປັນມະຫາພາຍຸທີ່ຕ້ອງລະວັງເປັນພິເສດ ຕອນນີ້ກຳລັງເຄື່ອນທີ່ດ້ວຍຄວາມໄວສູງເຖິງ 60-70 ກິໂລແມັດຕໍ່ຊົ່ວໂມງ ສ່ວນຄວາມໄວລົມແຮງຢູ່ຈຸດສູນກາງຮອດລະດັບ 250 ກິໂລແມັດຕໍ່ຊົ່ວໂມງ ຈຸດສູນກາງຄາດວ່າຈະຂຶ້ນຝັ່ງຫວຽດນາມປະມານຊ່ວງທ່ຽງຄືນນີ້ຫາເຊົ້າວັນທີ 28.
ອີງຕາມການແຈ້ງເຕືອນພາຍຸໄຕ້ຝຸ່ນໂນຣູ(Noru) ປະຈໍາວັນທີ 27 ກັນຍາ 2022ຂອງກົມອຸຕຸນິຍົມ ແລະອຸທົກກະສາດ ໃຫ້ຮູ້ວ່າ: ພາຍຸໄຕ້ຝຸ່ນ ໂນຣຸ (Noru) ຫົວທີ 16, ໃນເວລາ 09 ໂມງເຊົ້າຂອງມື້ນີ້ ຍັງເຄື່ອນທີ ຢູ່ເຂດທະເລຈີນໃຕ້ຕອນກາງ, ຊຶ່ງໄດ້ເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ. ຈາກນັ້ນຈະສືບຕໍ່ເຄື່ອນທີ່ຂື້ນຝັ່ງທາງພາກກາງຂອງປະເທດຫຽວດນາມໃນຕອນເຊົ້າຂອງວັນທີ 28 ກັນຍາ ແລະ ຈະສືບຕໍ່ເຄືອນທີ່ຜ່ານ ພາກກາງ ແລະ ພາກໃຕ້ ຂອງປະເທດລາວໃນຕອນບ່າຍວັນທີ 28 – 30 ກັນຍາ 2022 .
ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນໃນເຂດພາກກາງ ແລະ ພາກໃຕ້ເຊັ່ນ: ນະຄອນຫຼວງວຽງຈັນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ປາກເຊ, ສາລະວັນ, ເຊກອງ ແລະ ອັດຕະປື.
ດັ່ງນັ້ນຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ແລະ ປ້າຍໂຄສະນາຫັກລົ້ມ, ມີດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຊຸ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.