• Fri. Dec 8th, 2023

Lao Sport Update

ຮອບດ້ານວົງການກິລາ

ທີມຊາດອີຕາລີ ເຮັດໄດ້!! ບຸກຊະນະ ຮັງກາຣີ 2-0 ເຂົ້າຮອບ 4 ທີມສຸດທ້າຍ ຢູຟ້າ ເນຊັ່ນລີກ 2 ລະດູການຕິດຕໍ່ກັນ!!

ການແຂ່ງຂັນເຕະບານ ຢູຟ້າ ເນຊັ່ນລີກ ລະດູການ 2022-23 ນັດທີ 6 ນັດສຸດທ້າຍຂອງລີກ A ກຸ່ມທີ 3 ໃນຄືນວັນທີ 26 ກັນຍາຜ່ານມາ, ທັບອັຊຊູຣີ້ ທີມຊາດອີຕາລີ ບຸກຊະນະ ທີມຊາດຮັງກາຣີ (ຮົງກາຣີ) 2-0 ຈາກປະຕູໄຊຂອງ ເຈຍໂກໂມ້ ຣັສປາໂດຣີ ສູນໜ້າ ໄວ 22 ປີ ຈາກນາໂປລີ ທີ່ຍືມມາຈາກຊັສຊູໂລ້ ນາທີ 27‘ ຍິງປະຕູສອງນັດຕິດຕໍ່ກັນ ຕໍ່ຈາກຊະນະ ອັງກິດ, ອີກໜຶ່ງປະຕູຈາກ ເຟເດຣິໂກ້ ດີມາໂກ້ ກອງຫລັງຈາກ ອິນເຕີ ມິລານ ນາທີ 52’ກາຍເປັນປະຕູທຳອິດກັບທີມຊາດອີຕາລີ ຈາກການຮັບໃຊ້ທີມຊາດ 6 ນັດ.

ໄຊຊະນະນັດນີ້ ເຮັດໃຫ້ ທີມຊາດອີຕາລີ ແຊງ ຮົງກາຣີ ຄວ້າອັນດັບທີໜຶ່ງຂອງກຸ່ມ ມີ 11 ຄະແນນຈາກ 6 ນັດ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ຂະນະທີ່ ຮົງກາຣີ ມີ 10 ຄະແນນ ເປັນທີສອງ ບໍ່ຕົກຊັ້ນ, ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ທີມຊາດອັງກິດ ເປີດບ້ານສະເໝີກັບ ທັບອິນຊີເຫລັກ ທີມຊາດເຢຍລະມັນ ແບບສຸດມັນ 3-3 ເຢຍລະມັນ ມີ 7 ຄະແນນ ຈົບທີສາມ ບໍ່ຕົກຊັ້ນ, ສ່ວນທີມຊາດອັງກິດ ມີ 3 ຄະແນນ ຕົກຊັ້ນຄັ້ງທຳອິດ ໄປຫລິ້ນ ລີກ B ໃນລະດູການໜ້າ.

Photo: OnsOranje, EURO 2024

Leave a Reply

Your email address will not be published. Required fields are marked *