ຊີວິດທີ່ເລືອກເກີດບໍໄດ້ກໍ່ແບບນີ້ລະທຸກຄົນ ຄືກັບເລື່ອງລາວທີ່ກຳລັງຖືກແຊເປັນກະແສຫຼາຍໃນຂະນະນີ້ ເອື້ອຍອຸ້ມນ້ອງມາໂຮງຮຽນ ເຈ່ຍນ້ອງຄາອົກເພື່ອຮຽນໜັງສື ນ້ອງກໍຕ້ອງເອົາໃຫ້ໄດ້ ໜັງສືກໍ່ຕ້ອງຮຽນ ຊີວິດຂອງເດັກບ້ານນອກ ບໍມີພຽງຄົນນີ້ຄົນດຽວແຕ່ມີຫຼາຍຄົນທີ່ບໍ່ໄດ້ຖືກຖ່າຍລົງໂຊຊຽວ ເຊິ່ງເລື່ອງນີ້ກາຍເປັນທີ່ແປກໃຈຂອງຄົນທີ່ເກີດມາສຸກສະບາຍຫຼາຍຄົນແຕ່ເປັນປົກກະຕິຂອງຄົນສູ້ຊີວິດມາແຕ່ນອກແຕ່ນາ.
ການເກີດໃນຄອບຄົວບໍ່ມີພ້ອມທຸກຢ່າງ ໜ້າທີ່ພໍ່ແມ່ຄືເຮັດໄຮ່ນາຮົ້ວສວນເພື່ອໃຫ້ມີຢູ່ມີກິນ, ລູກຜູ້ໃຫຍ່ກໍ່ເອົາຜູ້ນ້ອຍຊ່ວຍວຽກຄອບຄົວເທົ່າທີ່ເດັກຄົນໜຶ່ງຈະເຮັດໄດ້ ເຖິງຊີວິດຈະຫຍຸ້ງຍາກ ຍັງບໍ່ປະຖິ້ມການຮຽນ ເພາະການຮຽນເທົ່ານັ້ນຈະເຮັດໃຫ້ຊີວິດໃນວັນຂ້າງໜ້າມີຢູ່ມີກິນມີດີຄືຄົນອື່ນ.
ສຳລັບພາບທີ່ຖືກແຊເຫຼົ່ານີ້ ຈາກຂໍ້ມູນເບື້ອງຕົ້ນ ຫຼານນ້ອຍທັງສອງແມ່ນຍັງມີພໍ່ແມ່ ແຕ່ສະຖານະຄອບຄົວທຸກຍາກພໍ່ກັບແມ່ມີອາຊີບເຮັດໄຮ່ ແລະ ໄດ້ໃຫ້ເຫດຜົນວ່າຖ້າຈະເອົາລູກນ້ອຍໄປນໍາກໍຢ້ານມີອັນຕະລາຍ ບວກກັບຊ່ວງນີ້ແມ່ນລະດູຝົນ (ທັງຝົນ, ແດດຮ້ອນ ແລະ ສ່ຽງໄດ້ຮັບອັນຕະລາຍຈາກສັດປ່າ) ເລີຍໃຫ້ຢູ່ນໍາລູກສາວຜູ້ເປັນເອື້ອຍ ເພາະຢ່າງໜ້ອຍກໍຍັງໄດ້ພັກຢູ່ໃນຮົ່ມ.
ຜູ້ເອື້ອຍຊື່ ນ. ອາຕຽນເປັນຄົນຊົນເຜົ່າມັງກໍ ຢູ່ບ້ານພູນໝາກມີ້ ເມືອງນອງ ແຂວງສະຫວັນນະເຂດ ສູ້ໆເດີ້ຫຼານນ້ອຍຄົນເກັ່ງ ບໍ່ມີພຽງເຈົ້າທີ່ຕ້ອງສູ້ກັບຊີວິດແບບນີ້ແຕ່ຍັງອີກຫຼາຍໆຄົນກໍ່ດິ້ນຮົນເຊັ່ນດຽວກັນ ອົດທົນສູ້ຊົນວັນຂ້າງໜ້າບັນຫາໃຫຍ່ບໍ່ແມ່ນປະເດັນສຳຄັນສຳລັບເຈົ້າອີກຕໍ່ໄປ ຄວາມທຸກຍາກຄືບົດພິສູດໃຫ້ຄົນເຂັ້ມແຂງ ແລະພ້ອມຈະກ້າວຂ້າມອຸປະສັກຂອງຊີວິດໃຫ້ເຮົາມີຄວາມສຸກສະບາຍໃນວັນຂ້າງໜ້າ.