• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ເດືອນສິງຫາ ລາວຂາດດຸນການຄ້າເຖິງ166ລ້ານໂດລາ ຈາກການສົ່ງອອກໄດ້ພຽງ427ລ້ານໂດລາ

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 08 ປີ 2022 ບັນລຸໄດ້ ປະມານ 1.020 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 427 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 593 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 166 ລ້ານໂດລາສະຫາລັດ.

ສິນຄ້າສົ່ງອອກທັງໝົດ ສະເລ່ຍປະມານ 427 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້າສົ່ງອອກຫຼັກ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ຄຳປະສົມ, ຄຳແທ່ງ 63 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 49 ລ້ານໂດລາສະຫະລັດ, ແຮ່ທອງ 32 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 30 ລ້ານໂດລາສະຫະລັດ, ຢາງພາລາ 25 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) 23 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 21 ລ້ານໂດລາສະຫະລັດ, ເຄື່ອງດື່ມ 21 ນໍ້າຕານ 15 ລ້ານໂດລາສະຫະລັດ, ເກີບ 14 ລ້ານໂດລາສະຫະລັດ.

ສິນຄ້ານຳເຂົ້າທັງໝົດ ສະເລ່ຍປະມານ 593 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້ານຳເຂົ້າຫຼັກ 10 ອັນດັບ ທີ່ມີມູນຄ່າສູງ ໄດ້ແກ່: ນ້ຳມັນກາຊວນ 89 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 65 ລ້ານໂດລາສະຫະລັດ, ພາຫະນະທາງບົກ 44 ລ້ານໂດລາສະຫະລັດ, ​ເຍື່ອໄມ້ ແລະ ເສດເຈ້ຍ 33 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ 27 ລ້ານໂດລາສະຫະລັດ, ເຄື່ອງດື່ມ 22 ລ້ານໂດລາສະຫະລັດ, ເຄື່ອງທີ່ເຮັດດ້ວຍພລາສະຕິກ 17 ລ້ານໂດລາສະຫະລັດ, ແກ້ວປະເສີດ ຫຼື ເຄິ່ງປະເສີດ 17 ລ້ານໂດລາສະຫະລັດ, ສັດທີ່ມີຊີວິດ 16 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 14 ລ້ານໂດລາສະຫະລັດ.

5 ປະເທດ ສົ່ງອອກຕົ້ນຕໍ ຂອງ ສປປ ລາວ ໄດ້ແກ່: ຈີນ 173 ລ້ານໂດລາສະຫະລັດ, ຫວຽດນາມ 81 ລ້ານໂດລາສະຫະລັດ, ໄທ 46 ລ້ານໂດລາສະຫະລັດ, ອົດສະຕາລີ 28 ລ້ານໂດລາສະຫະລັດ ແລະ ຮົງກົງ 16 ລ້ານໂດລາສະຫະລັດ.

5 ປະເທດ ນໍາເຂົ້າຕົ້ນຕໍ ຂອງ ສປປ ລາວ ໄດ້ແກ່: ໄທ 290 ລ້ານໂດລາສະຫະລັດ, ຈີນ 145 ລ້ານໂດລາສະຫະລັດ, ຫວຽດນາມ 37 ລ້ານໂດລາສະຫະລັດ, ສ.ອາເມລິກາ 25 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 17 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 08 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ

Leave a Reply

Your email address will not be published. Required fields are marked *