ນັບແຕ່ຮູ້ຂ່າວໝໍລະອິນແຕ່ງ ແກ້ວບົວລາ ໄດ້ໂດດລົງຂົວຂ້າມນ້ຳຂອງລາວ-ຍີ່ປຸ່ນ ພວກເຮົາທີມຂ່າວແມ່ນໄດ້ພະຍາຍາມຊອກຫາປະຫວັດເບື້ອງຫຼັງຂອງສາວດອກຟ້າເພັດໂພນທອງຄົນນີ້ ເພື່ອນຳມາສະເໜີຕໍ່ແຟນຂ່າວ ເຊິ່ງມີສິ່ງໜຶ່ງທີ່ສັງເກດໄດ້ ຈາກບັນດາຄຳເວົ້າຄຳວ່າ ການໃຫ້ສຳພາດຂອງໝໍລຳອິດແຕ່ງກ່ອນເສຍຊີວິດແມ່ນເພິ່ນມີພໍ່ເປັນໄອດໍ ເປັນຕົວແບບໃຫ້ກ້າວມາຕາມເສັ້ນທາງສາຍນີ້!
ແຕ່ພາຍຫຼັງການເສຍຊີວິດພັດມີອີກກະແສຂ່າວໜຶ່ງລາຍງານວ່າ ທີ່ສາວອີນແຕ່ງຄິດສັ້ນຍ້ອນເປັນໜີ້ພໍ່ ແຕ່ສຳລັບຄົນທີ່ເປັນພໍ່ແມ່ຄົນຫຼາຍໆຄົນຄົງຄິດເປັນສອງຈິດສອງໃຈ ລູກແທ້ໆ ທີ່ຮັກດັ່ງແກ້ວຕາດວງໃຈ ຄົງບໍ່ມີສິ່ງໃດມາແລກໄດ້ດອກນໍ ມື້ນີ້ເຮົາມາເບິ່ງຄຳຕອບຄຳຊີ້ແຈງຈາກທາງຄອບຄົວສາວອິນແຕ່ງ!
ຫຼັງຈາກກະແສຂ່າວຄວາມໂສກເສົ້າກ່ຽວກັບການເສຍຊີວິດຂອງຫມໍລຳສາວ ອິນແຕ່ງ ແກ້ວບົວລາ ຫຼ້າສຸດທາງຄອບຄົວໄດ້ອອກມາຊີ້ແຈ້ງກ່ຽວກັບສາເຫດແລະປະເດັນຕ່າງໆດັ່ງນີ້: ສະບາຍດີ ທຸກທ່ານ🙏ມື້ນີ້ມາຂໍຊີ້ແຈງ ກ່ຽວກັບພໍ່ ຫມໍລຳອິນແຕ່ງ
ເລື້ອງທີ່ວ່າ ສາເຫດ : ການຕາຍ ຂອງ ຫມໍລຳອິນແຕ່ງບາງຄົນທີ່ເຂົ້າໃຈຜິດ ວ່າ ສາເຫດການຕາຍ ວ່າເປັນຍ້ອນພໍ່ – ຕິດຫນີ້ພໍ່ ຜູ້ໃຊ້ສັງຄົມອອນລາຍ ຫຼາຍຄົນເຂົ້າໃຈຜິດ ຄິດວ່າ ພໍ່ຮ້າຍລູກ ເລື້ອງເງິນ300ລ້ານ.
ແທ້ຈິ່ງແລ້ວ ພໍ່ບໍ່ໄດ້ຮ້າຍ ພໍ່ພຽງແຕ່ຖາມວ່າ ເອົາໄປໃຊ້ຫຍັັງຄືຫມົດ ແລ້ວນາງ ກໍ່ຕອບວ່າ ເອົາໄປລົງທຶນຫມົດແລ້ວພໍ່ກະວ່າ ຫມົດກະຕັ້ງໃຈ ຫາໃຫມ່
ພໍ່ບໍ່ໄດ້ຮ້າຍ ຄືໂລກໂຊຊຽວຂຽນລົງຂ່າວ-ຊ່າລືກັນ.
ສຳລັບສາວອິນແຕ່ງ ແກ້ວບົວລາ ເປັນລູກສາວຄົນດຽວ ພໍ່ຮັກຄືແກ້ວຕາດວງໃຈ ພວກເຮົາທຸກຄົນເຫັນແລ້ວວ່າ ທຸກຄັ້ງທີ່ກ່າວເຖິງຊີວິດສ່ວນຕົວຂອງໝໍລຳອິນແຕ່ງແມ່ນເພິ່ນຈະເວົ້າເຖິງພໍ່ ພໍ່ຄືກຳລັງໃຈເປັນຜູ້ນຳທາງໃຫ້ນາງຕັດສິນໃຈມອບຊີວິດນີ້ໃຫ້ມານຳແນວພໍ່ແມ່ຄືໝໍລຳດັ່ງນັ້ນ ຈຶ່ງບໍໜ້າຈະແມ່ນປະເດັນຫຼັກທີ່ເີຮັດໃຫ້ສາວໝໍລຳຄິດສັ້ນເຖິງແກ່ຊີວິດ ຈິ່ງຂໍໃຫ້ເຂົ້າໃຈທາງຄອບຄົວເພິ່ນດ້ວຍ.