ເຕືອນໄພພາຍຸໃຕ້ຝຸ່ນ ໂນຣຸ ກຳລັງເຄື່ອນທີ່ເຂົ້າປະເທດເຮົາໂດຍຈະພັດເຂົ້າພາກກາງ ແລະ ພາກໃຕ້ ລະຫວ່າງວັນທີ 28-30 ກັນຍານີ້ ເຊິ່ງຈະເຮັດໃຫ້ຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງສົມຄວນ ຈິ່ງຂໍໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ບັນດາແຂວງດັ່ງກ່າວກຽມຮັບມືຝົນຕົກໜັກ, ນ້ຳຖ້ວມ ແລະ ລົມພັດແຮງ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງເຕືອນພາຍຸໄຕ້ຝຸ່ນໂນຣູ(Noru) ປະຈໍາວັນທີ 26 ກັນຍາ 2022 ໃຫ້ຮູ້ວ່າ: ໃນຕອນເຊົ້າຂອງວັນທີ 26 ຫາ 27 ກັນຍາ 2022 ພາຍຸໄຕ້ຝຸ່ນ ໂນຣຸ (Noru) ຫົວທີ 16 ກໍາລັງເຄື່ອນທີ ຢູ່ເຂດມະຫາສະມຸດປາຊີຟີກ ແລະ ຈະສືບຕໍ່ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ, ຄາດວ່າພາຍຸໄຕ້ຝຸ່ນຫົວນີ້ຈະເຄື່ອນທີ່ຂື້ນຝັ່ງທາງພາກກາງຂອງປະເທດຫຽວດນາມໃນຕອນເຊົ້າຂອງວັນທີ 28 ກັນຍາ, ຈາກນັ້ນຈະສືບຕໍ່ເຄືອນທີ່ຜ່ານ ພາກກາງ ແລະ ພາກໃຕ້ ຂອງປະເທດລາວໃນຕອນບ່າຍວັນທີ 28 – 30 ກັນຍາ 2022 , ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນໃນເຂດພາກກາງ ແລະ ພາກໃຕ້.
ດັ່ງນັ້ນຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຊຸ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອກໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.
ສຳນັກຂ່າວຮອຍເຕີ ລາຍງານວ່າ: ໃນຂະນະທີ່ຕອນເຊົ້າວັນທີ 26 ກັນຍາ 2022 ພາຍຸໄຕ້ຝຸ່ນໂນຣຸ ຂຶ້ນຝັ່ງພັດເຂົ້ານະຄອນຫຼວງມະນິລາ ແລະ ຫຼາຍແຂວງ ຂອງຟີລິບປິນ ເຮັດໃຫ້ເກີດນ້ຳນ້ຳຖ້ວມ, ຄືນສູງ ແລະ ມີລາຍງານລ່າສຸດມີກູ້ໄພເສຍຊີວິດແລ້ວ 5 ຄົນ ໃນຂະນະອອກໄປກູ້ໄພຊ່ວຍປະຊາຊົນ