ການໄປເຮັດວຽກຢູ່ເກົາຫຼີ ເປັນຄວາມຫວັງຂອງຫຼາຍໆຄົນເນື່ອງຈາກ ໄປເຮັດວຽກແລ້ວໄດ້ເງິນເດືອນສົມຄ່າແຮງ ກັບມາກໍ່ສາມາດກໍ່ເນື້ອສ້າງຕົວໄດ້ ໄດ້ໃນສິ່ງທີ່ຫວັງ ປັດໃຈສຳຄັນໃນຊີວິດຄືເຮືອນທີ່ດິນ ແລະລົດສຳລັບໃຊ້ໃນຄອບຄົວ ຖ້າໄດ້ໄປແລ້ວກັບມາມີແນ່ນອນ ຫຼາຍຄົນຈິ່ງເລືອກທີ່ຈະໄປເກົາຫຼີ ເນື່ອງຈາກໄປງ່າຍກວ່າປະເທດອື່ນໆ ແລະເກົາຫຼີເອງກໍຕ້ອງການແຮງງານຈຳນວນຫຼາຍ.
ຕາມລາຍງານຂອງສູນຈັດສົ່ງແຮງງານລາວ-ເກົາຫຼີ ການຈັດສົ່ງແຮງງານ ທີ່ຈະເດີນທາງໄປເຮັດວຽກຢູ່ທີ່ປະເທດເກົາຫລີໃຕ້ ຄັ້ງທີ 32 ທັງໝົດຈຳນວນ 40 ຄົນ , ຍິງ 3 ຄົນ , ຄັ້ງໄດ້ອອກເດີນທາງຄັ້ງວັນທີ 19 ກັນຍາ 2022 , ໂດຍຜ່ານການສອບເສັງຄັດເລື້ອກ ຂອງລະບົບ EPS ສຳລັບຜູ້ທີ່ກວດ PCR ບໍ່ຜ່ານຈຳນວນ 2 ຄົນແມ່ນຈະຖືກຈັດສົ່ງໃນຮອບຕໍ່ໄປ.
ແນວໃດກໍ່ຕາມ ແອັດສະປອດອັບເດດຂໍແນະນຳສຳລັບຜູ້ທີ່ຢາກໄປເຮັດວຽກຢູ່ເກົາວ່າທຸກຄົນວ່າ ຖ້າອາຍຸຂອງທ່ານຍັງບໍຮອດ 39 ປີແມ່ນແນະນຳໃຫ້ໄປຮຽນພາສາເກົາຫຼີໄວ ເພື່ອກຽມພ້ອມເຂົ້າຮ່ວມສອບເສັງເມື່ອເພິ່ນປະກາດ ເພາະການສອບເສັງໄປຜ່ານລະບົບຂອງລັດຕໍ່ລັດ ຫຼື ທີ່ເອອີ້ນກັນຫຍໍ້ໆວ່າ EPS ນັ້ນຈະສາມາດໄປເຮັດວຽກໄດ້ຍາວນານເຖິງ 3 ປີ ແລະຕໍ່ໄດ້ອີກ 1ປີກັບ 6 ເດືອນ ຖືວ່າໄລຍະເວລາການເຮັດວຽກດົນຈະຊ່ວຍໃຫ້ທ່ານຫາເງິນໄດ້ຫຼາຍຂຶ້ນ ອີກທັ້ງຄ່າໃຊ້ຈ່າຍກໍ່ບໍ່ສູງຫຼາຍຖ້າທຽບໃສ່ລະບົບໄລຍະສັ້ນທີ່ໄປເຮັດວຽກຕາມລະດູການ.
ພ້ອມດຽວກັນນີ້ຈົ່ງຢ່າເຊື່ອຂະບວນການຕົວະຕົ້ມທີ່ບອກວ່າສາມາດໃຫ້ທ່ານໄປເຮັດວຽກຢູ່ເກົາຫຼີໄດ້ງ່າຍດາຍ ຂໍພຽງຈ່າຍເງິນເທົ່ານັ້ນເທົ່ານີ້ ການໄປເຮັດວຽກຢູ່ຕ່າງປະເທດ ການໄປຢ່າງຖືກຕ້ອງຕາມກົດໝາຍແມ່ນສມີຄວາມຈຳເປັນ ແລະສຳຄັນຫຼາຍ ເພື່ອຄວາມປອດໄພຂອງຕົວທ່ານເອງ ແລະຄວາມສະບາຍໃຈຂອງຄົນທີ່ຄອຍຖ້າທ່ານຢູ່ເບື້ອງຫຼັງ.
ຫາກທ່ານໃດສົນໃຈຢາກຈະເດີນທາງໄປເຮັດວຽກຢູ່ທີ່ປະເທດເກົາຫລີໄຕ້ ແມ່່ນສາມາດຕີດຕໍ່ຫາສູນບໍລິການຈັດຫາງານ EPS LAOS ຫລື ກົມແຮງງານແລະສະຫວັດດີການສັງຄົມໂທ 021220013 ເພື່ອສອບຖາມຂໍໍ້ມູນຄວາມເປັນຈີງ.