• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ອົດກັ້ນມາດົນ ຈະຫຼວດທາງລຽບ ແກ້ເສື້ອໂຊກ້າມເລີຍ ຫຼັງຍິງປະຕູສຸດສໍາຄັນໃຫ້ທີມສູ່ແຊ້ມ (ຄລິບ)

ໄປເບິ່ງຈັງຫວະການສະຫຼອງປະຕູຂອງ ວັນນະສອນ ດວງໄມຕີ (ສາຍາຈະຫຼວດທາງລຽບ) ຮີໂຣຜູ້ຍິງປະຕູໄຊໃຫ້ກັບ ຊ້າງນ້ອຍ ເອັຟຊີ ຄວ້າແຊ້ມການແຂ່ງຂັນ LFF LAO FORD CUP 2022 ຫຼັງຮອບຊີງຊະນະເລີດເອົາແຊງເອົາຊະນະ ມາສເຕີ 7 ເອັຟຊີ 2-1 ໃນການຕໍ່ເວລາພິເສດ 30 ນາທີໆ ຫຼັງສະເໝີກັນ 1-1 ເມື່ອວັນທີ 28 ສິງຫາ 2022.

ນັດດັ່ງກ່າວ ຈົບ 90 ນາທີ ຊ້າງນ້ອຍ ຍັງສະເໝີກັບ ມາສເຕີ 7 ເອັຟຊີ 1-1 ກ່ອນຕໍ່ເວລາອອກໄປ 30 ນາທີ ເຊິ່ງກໍເປັນ ວັນນະສອນ ດວງໄມຕີ ຍິງໄກບານຕໍາເອົາເອິກຂອງກອງຫຼັງ ມາສເຕີ 7 ເອັຟຊີ ບານປ່ຽນທາງເຂົ້າປະຕູໄປຢ່າງສວຍງາມ ເຊິ່ງເປັນປະຕູໄຊໃຫ້ກັບ ຊ້າງນ້ອຍ ເອັຟຊີ ເອົາຊະນະ ມາສເຕີ 7 ເອັຟຊີ 2-1 ຄວ້າແຊ້ມໄປຄອງ ເບິ່ງຕາມຄລິບລຸ່ມນີ້:

ຜົນການແຂ່ງຂັນເບິ່ງໄດ້ທີ່ຄລິບລຸ່ມນີ້:

ນອກຈາກນັ້ ວັນນະສອນ ຍັງໄດ້ແຊັມ LFF LAO FORD CUP 2022 ກັບ ຊ້າງນ້ອຍ ເອັຟຊີ ເຊິ່ງເປັນແຊ້ມລາຍການທີ 2 ໃນປີ 2022 ຕໍ່ຈາກລາຍການ ເປບຊີ ລາວລີກ 1 ທີ່ຫາກໍຈົບໄປເມື່ອບໍ່ດົນມານີ້

ວັນນະສອນ ລະດູການນີ້ ແມ່ນໄດ້ເປັນຕົວສໍາຮອງເປັນສ່ວນໃຫຍ່ ແຕ່ນັດສົ່ງທ້າຍຈາກການທີ່ຍິງປະຕູໄຊໃຫ້ກັບທີມ ເຮັດໃຫ້ຄວາມລາງວັນນັກເຕະດີເດັນປະຈໍານັດ ຫຼື ແມນອ໊ອຟເດິແມັດ ໄປຄອງ

ຂອບໃຈຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ

Leave a Reply

Your email address will not be published. Required fields are marked *